赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດເສດຖະກິດສະເພາະບຶງທາດຫຼວງກ້າວໄປອີກຂັ້ນ

2019-11-06 12:29:17 cri

图片默认标题_fororder_803535683

ຕາມຂ່າວ CRI: ຫຼ້າສຸດນີ້ ເຂດເສດຖະກິດສະເພາະບຶງທາດຫຼວງໄດ້ມີການວາງສີ ລາລືກໃຫ້ກັບ 2 ໂຄງການກໍ່ສ້າງຄື: ສູນການຄຸ້ມຄອງບໍລິຫານເບິງທາດຫຼວງ ແລະ ໂຄງການ ວຽງຈັນນະຄອນສີຂຽວ ພ້ອມທັງຖືໂອກາດນີ້ເປີດໂຕໂຮງແຮມ ໂປລີ ແລະ ຕະຫລາດກະສິກຳສີຂຽວບຶງທາດຫລວງ ໃນວັນທີ 5 ພະຈິກ 2019 ຢູ່ທີ່ເຂດເສດຖະກິດ ສະເພາະ ບຶງທາດຫຼວງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ຮວງ ກົວຜິງ ປະທານເຂດເສດຖະກິດ ສະເພາະບຶງທາດຫລວງ ພ້ອມດ້ວຍພາກສ່ວນທັງພາກລັດ ແລະເອກະຊົນທີ່ກ່ຽວຂ້ອງ ເຂົ້າຮ່ວມ ສະແດງຄວາມຍິນດີ.

ທ່ານ ສຸບັນ ຈຸນລາຊາ ປະທານຄະນະກຳມະການຄຸ້ມຄອງເຂດເສດຖະກິດພິເສດ ນະຄອນຫລວງວຽງຈັນ ກ່າວວ່າ: ສອງໂຄງການນີ້ ທີ່ກໍາລັງດໍາເນີນການກໍ່ສ້າງໂຄງລ່າງ ພື້ນຖານ ເຊິ່ງອາຄານ ແລະສິ່ງອໍານວຍຄວາມສະດວກຕ່າງໆເຫຼົ່ານັ້ນ ຈະເປັນບ່ອນສໍາລັບ ເຮັດວຽກໃນຫຼາຍໆດ້ານ ທີ່ອ້ອມຮອບໄປດ້ວຍທໍາມະຊາດສີຂຽວ ເຊິ່ງຈະເປັນການປະກອບ ສ່ວນທາງປະຫວັດສາດໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນເຂດນະຄອນຫລວງວຽງຈັນເຊັ່ນ ເລັ່ງລັດການກໍ່ສ້າງຕົວເມືອງ, ຍົກສູງລາຍຮັບດ້ານພາສີອາກອນຂອງນະຄອນ ຫລວງວຽງຈັນ ແລະຍົກສູງປະລິມານເສດຖະກິດທັງໝົດ ແລະໃນອະນາຄົດຈະກາຍເປັນ ສູນລວມຂອງການທ່ອງທ່ຽວ, ການເງິນ, ການຄ້າ ແລະອື່ນໆໃນວົງການເສດຖະກິດອາຊີ ອາຄະເນ.

ທ່ານ ຮວງ ກົວຜິງ ກ່າວວ່າ: ໂຄງການກໍ່ສ້າງສູນການຄຸ້ມຄອງບໍລິຫານບຶງທາດຫຼວງ ແມ່ນໂຄງການທີ່ສ້າງສູນບໍລິຫານ,ສູນບັນຊາການຂອງເຂດເສດຖະກິດສະເພາະບຶງທາດຫລວງ ສ່ວນໂຄງການວຽງຈັນນະຄອນສີຂຽວແມ່ນໂຄງການ ທີ່ກໍາລັງດໍາເນີນການກໍ່ສ້າງໂຄງ ລ່າງພື້ນຖານ ທີ່ອ້ອມຮອບໄປດ້ວຍທໍາມະຊາດສີຂຽວ ເຊິ່ງສອງໂຄງການນີ້ແມ່ນເປັນ ໂຕລິເລີ່ມ ແລະຊີ້ບອກລ່ວງໜ້າຢ່າງຮອບດ້ານຂອງທຸກໂຄງ ການໃນເຂດເສດຖະ ກິດສະເພາະບຶງທາດຫລວງຢ່າງເປັນທາງການ.  ພ້ອມດຽວກັນຍັງຖືໂອກາດນີ້ ເປີດໂຕໂຮງແຮມ ໂປລີ ແລະຕະຫຼາດກະສິກໍາສີຂຽວຢູ່ພາຍໃນເຂດເສດຖະກິດ ສະເພາະບຶງທາດຫຼວງຢ່າງເປັນທາງການ ເພື່ອໃຫ້ແຂກຄົນຈາກພາຍໃນ ແລະພາຍນອກສາມາດເຂົ້າມາໃຊ້ບໍລິການ ໜຶ່ງໃນນະຄອນຫຼວງວຽງຈັນ.

ໂຮງແຮມດັ່ງກ່າວ ຕັ້ງຢູ່ເຂດສູນກາງຂອງເຂດເສດຖະກິດສະເພາະບຶງທາດຫລວງ ນະຄອນຫຼວງວຽງຈັນ ເຊິ່ງຖືວ່າເປັນໂຮງແຮມທີ່ຫລູຫາລະດັບຫ້າດາວຂອງກຸ່ມບໍ ລິສັດຫຸ້ນສ່ວນສີຂຽວ ເຊິ່ງມີສິ່ງອຳນວຍຄວາມສະດວກຫຼາຍຢ່າງ ແລະມີບໍລິການທີ່ດີ.

ຄຳ​ເຫັນ

0