徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈະ​ໄຂ​ກອງ​ປະ​ຊຸມ​ຮັບ​ຟັງ​ຄຳ​ໃຫ້​ການ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ສືບ​ສວນ​ເພື່ອ​ຖອດ​ຖອນ​ປະ​ທາ​ນາ​ທິ​ບໍ​ດີ

2019-11-07 17:14:14 cri

ຕາ​ມ​ຂ່າວCRI: ວັນ​ທີ 6 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ອາ​​ດາມ ຊີ​ຟ, ​ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ຂ່າວ​ລັບ​ຂອງສະ​ພາ​ຕ່ຳ​ອາ​ເມ​ຣິ​ກາ​ປະ​ກາດ​ທາງ​​ສື່​ອອນ​ໄລວ່າ: ອາ​ທິດ​ໜ້າ ຈະ​ໄຂ​ກອງ​ປະ​ຊຸມ​ຮັບ​ຟັງ​​ຄຳ​ໃຫ້​ການ​ຢ່າງ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ສືບ​ສວນ​ເພື່ອ​ຖອດ​ຖອນ​ປະ​ທາ​ນາ​ທິ​ບໍ​ດີ.

 

ທ່ານ​ອາ​ດາມ ຊີ​ຟ​ກ່າວ​ວ່າ, ການ​ຈັດກອງ​ປະ​ຊຸມ​ຮັບ​ຟັງ​​ຄຳ​ໃຫ້​ການ​ແມ່ນ​ເພື່ອໃຫ້​ໂອ​ກາດ​ແກ່ມວນ​ຊົນ​ອາ​ເມ​ລິ​ກາໄດ້​ພິ​ຈາ​ລະ​ນາ​ເລື່ອງ​ດັ່ງ​ກ່າວ​ດ້ວຍ​ຕົນ​ເອງ. ວ່າ​ຄຳ​ໃຫ້​ການ​ຂອງ​ຜູ້​ໃຫ້​ຫຼັກ​ການ​ຖືກ​ຕ້ອງ​ກັບ​ຄວາມ​ຈິງ​ຫຼື​ບໍ​ແລະ​ປະ​ທາ​ນາ​ທິ​ບໍ​ດີໄດ້ທຳ​ຜິດຫຼື​ບໍ。

 

ທ່ານ​ອາ​ເດມ ຊີ​ຟ​ກ່າວ​ວ່າ: ມາ​ເຖິງປັດ​ຈຸ​ບັນ​, ​ຜູ້​ໃຫ້​ຫຼັກ​ຖານ 3 ຄົນ​ໄດ້​ຢືນ​ຢັນ​ແລ້ວ​ວ່າຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ.

 

ວັນ​ທີ 24 ກັນ​ຍາ​​ທີ່​ຜ່ານ​ມາ, ທ່ານ​ນາງ ນານ​ຊີ ເປ​ໂລ​ຊີ, ປະ​ທານ​ສະ​ພ​າ​ຕ່ຳ​ຂອງ​ອາ​ເມ​​ຣິ​ກາ​ປະ​ກາດ​ວ່າ​, ​ເລີ່ມດຳ​ເນີນ​ຂັ້ນ​ຕອນ​ການ​ສືບ​ສວນ​ເພື່ອ​ຖອດ​ຖອນ​ປະ​ທາ​ນາ​ທິ​ບໍ​ດີ. ວັນ​ທີ 31 ຕຸ​ລາ​ແລ້ວ​ນີ້, ສະ​ພາ​ຕ່ຳໄດ້​ລົງ​ຄະ​ແນນ​ສຽງ​ ຮັບຮອງ​​ມະ​ຕິ​ວ່າ​ດ້ວຍ​ຂັ້ນ​ຕອນ​ກາ​ນ​ສືບ​ສວນ​ເພື່ອ​ຖອດ​ຖອນ​ປະ​ທາ​ນາ​ທິ​ບໍ​ດີ, ໂດຍໄດ້​ອະ​ນຸ​ມັດ​ຢ່າງ​ເປັນ​ທາງ​ການ​ໃຫ້​​ຈັດກອງ​ປະ​ຊຸມ​ຮັບຟັງ​​ຄຳ​ໃຫ້​ການ​ກ່ຽວ​ກັບ​ການ​ສືບ​ສວນ​ເພື່ອ​ຖອດ​ຖອນ​ປະ​ທາ​ນາ​ທິ​ບໍ​ດີ.

 

 

ຄຳ​ເຫັນ

0