徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ຢືນ​ຢັນ​ວ່າ​ຜູ້​ເສຍ​ຊີ​ວິດ​ 39 ສົບ​ໃນ​ໂສກ​ນາດ​ຕະ​ກຳລົດ​ບັນ​ທຸກທີ່​ເກີດ​ຂຶ້ນ​ຢູ່​ອັງ​ກິດ​ລ້ວນ​ແຕ່​ແມ່ນ​ຜູ້​ລະ​ເມືອງ​ຫວຽດ​ນາມ

2019-11-08 16:27:30 cri

ຕາມ​ຂ່າວCRI:ວັນ​ທີ 7 ພະ​ຈິກ​ນີ້, ກະ​ຊ​ວງ​ປ້ອງ​ກັນ​ຄວາມ​ສ​ະ​ຫງົບ​ຫວຽດ​ນາມ​ປະ​ກາດ​ວ່າ, ຫວຽດ​ນາມ​ແລະ​ອັງ​ກິດ​ໄດ້​ຢືນ​ຢັນ​ວ່າ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ໂສກ​ນາດ​ຕະ​ກຳລົດ​ບັນ​ທຸກທີ່​ເກີດ​ຂຶ້ນ​ຢູ່​ອັງ​ກິດ​ລ້ວນ​ແຕ່​ແມ່ນ​​ພົນ​ລະ​ເມືອງຫວຽດ​ນາມ.

 

ຂ່າວ​ສານ​ຫວຽດ​ນາມ​ລາຍ​ງານ​ໃນ​ວັນ​ທີ 7 ພະ​ຈິກ​ນີ້​ວ່າ, ທ່ານ​ຫງວຽນ ຊວນ ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ​ໄດ້​ຕາງ​ໜ້າໃຫ້​ລັດ​ຖະ​ບານ​ສະ​ແດງ​ຄວາມ​ເຫັນ​ໃຈ​ຕໍ່ຍາດ​ຕິ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີ​ວິດ​ໃນ​ມື້​ດຽວ​ກັນ, ແລະ​​ໄດ້​ອອກ​ຄຳ​ສັ່ງໃຫ້​ພາກ​ສ່ວນບັນ​ດາ​ແຂວງ, ​ນະ​ຄອ​ນ​ທີ່​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ​ຈຶ່ງສືບ​ຕໍ່​ຮ່ວມ​ມື​ກັບຝ່າຍ​ອັງ​ກິດ, ​ເພື່ອແກ້​ໄຂ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ, ສົ່ງ​ສົບ​ຂອງ​ຜູ້​ເສຍ​ຊີ​ວິດ​ຄືນ​ປະ​ເທດ​ໂດຍ​ໄວ.

 

ທ່ານ​ຫງວຽນ ຊວນ ຟຸກ​ກ່າວ​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ຄ້າ​ຂາຍ​ມະ​ນຸດ, ການ​ຈັດ​ຕັ້ງການ​ລັກ​ລອບ​ຂົນ​ສົ່ງ​ແລະ​ການ​ກະ​ທຳ​ທີ່​ຜິດ​ກົດ​ໝາຍ​ອື່ນໆ, ​ແມ່ນຮຽກ​ຮ້ອງ​ໃຫ້​​ປະ​ເທດ​ຕ່າງໆ​ຈົ່ງສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື, ​ປາບ​ປາມຕໍ່​ການ​ກະ​ທຳ​ທີ່​ປ່າ​ເຖື່ອນ​ດັ່ງ​ກ່າວ, ຫຼີກ​ເວັ້ນ​ບໍ່​ໃຫ້ເຫດ​ການ​ໂສກ​ນາດ​ຕະ​ກຳ​ລັກ​ສະ​ນະ​ນີ້​ເກີດ​ຂຶ້ນ​ອີກ, ຫວັງ​ວ່າ​ການ​​ສືບ​ສວນ​, ກ່າວ​ຟ້ອງ​ແລະ​ດຳ​ເນີນ​ຄະ​ດີ​ດັ່ງ​ກ່າວ​ຈະ​ສິ້ນ​ສຸດ​ລົງ​ໂດຍ​ໄວເພື່ອ​ເຮັດ​ໃຫ້ຜູ້​ກໍ່​ເຫດ​ຈະ​ໄດ້​ຮັບ​ການລົງ​ໂທດ​ຢ່າງ​ເດັດ​ຂາດ.

ຄຳ​ເຫັນ

0