莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫ້ອງ​ການ​​ວຽກ​ງານຮົງ​ກົງ​ມາກາວ​ຂອງ​ລັດ​ຖະ​ບານ​ຈີນ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ທ່ານ​ເຫີ​ຈຸ່ນ​ຢາວ​ຖືກ​​ທຳ​ຮ້າຍ

2019-11-08 11:37:03 CRI

ວັນ​ທີ 7 ພະ​ຈິກນີ້, ທ່ານ​ນາງ​ສູ​ລູ້​ຢິງ ໂຄ​ສົກ​ຖະ​ແຫຼງ​ຂ່າວ​ຂອງ​ຫ້ອງ​ການ​ວຽກ​ງານ​ຮົງ​ກົງ​ມາ​​ກາວຂອງ​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ສຳ​ພາດ​ກ່ຽວ​ກັບ​ເຫດ​ການ​ທີ່​ທ່ານ​ເຫີ​ຈຸ່ນ​ຢາວ ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ ​ທັງ​ເປັນຜູ້​ສະ​ໝັກ​ຮັບ​ເລືອກ​ສະ​ພາ​ເຂດ​ສະ​ໄໝ​ທີ 6 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງຖືກ​ທຳ​ຮ້າຍ, ​ໂດຍໄດ້​ສະ​ແດງ​ຄວາມ​ຄຽດ​ແຄ້ນ​ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​, ແລະ​ຮຽກ​ຮ້ອງ​ໃຫ້​ລົງ​ໂທດ​ຕໍ່ການ​ກະ​ທຳ​ຮຸນ​ແຮງ​ຢ່າງ​ເຂັ້ມ​ງວດ​ຕາມ​ກົດ​ໝາຍ.

ທ່ານ​ນາງ​ສູ​ລູ້​ຢິງ​ກ່າວ​ວ່າ, ໃນຫຼາຍມື້​ຜ່ານ​ມາ, ພວກຫົວ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງນອກ​ຈາກ​​ຈະສືບ​ຕໍ່​ຕັນ​ທາງ ​ຈູດ​​ໄຟເຜົາ ແລະ​ໂຈມ​ຕີ​ຕຳຫຼວດ​ແລ້ວ, ຍັງ​ທັບ​ມ້າງ​ທຳ​ລາຍ​ແລະ​​ຈູດ​ໄຟເຜົາ​ວິ​ສາ​ຫະ​ກິດ​ຂອງ​ແຜ່ນ​ດິນ​ໃຫຍ່​ຈີນ​ທີ່​ຕັ້ງ​ຢູ່​ຮົງ​ກົງ, ບຸກ​ທຳ​ລາຍ​ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ​​ສາ​ຂາ​ອາ​ຊີ​ປາ​ຊີ​ຟິກ​ດ້ວຍ​ຄວາມ​ຮຸນ​ແຮງ, ທຸບ​ຕີ​ແລະ​ຢຽບ​ຫຍຳ​ຜູ້ທີ່​ມີ​ຄວາມ​ເຫັນ​ຕ່າງ​, ທຳ​ລາຍ​ຫ້ອງ​ການ​ຂອງ​​ສະ​ມາ​ຊິກສະ​ພາ​ທີ່​ຮັກ​ຊາດຮັກ​ຮົງ​ກົງ ພ້ອມ​ດ້ວຍ​ສະ​ຖາ​ນ​ທີ່​​ດຳ​ເນີນ​ການ​ຫາ​ສຽງແຂ່ງ​ຂັນ​ເລືອກ​ຕັ້ງ​ຕາມ​​ແຄ​ມຖະ​ໜົນ, ​ປະ​ຕິ​ບັດ​ການ​ລົບ​ກວນແລະ​ຂົ່ມ​ຂູ່​ຕໍ່​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທີ່​ຮັກ​ຊາດ​ຮັກ​ຮົງ​ກົງ ພ້ອມ​ດ້ວຍ​ທິມ​ງານ​ຊ່ວຍ​ຫາ​ສຽງ​ເລືອກ​ຕັ້ງ​ແລະ​ຜູ້​ມີ​ສິດ​ປ່ອນ​ບັດ​ທີ່​ສະ​ໜັບ​ສະ​ໜູນ​ຜູ້​ສະ​ໝັກ​​ຮັບ​ເລືອກ​ຕັ້ງ​ທີ່​ຮັກ​ຊາດ​ຮັກ​ຮົງ​ກົງ, ຫວັງ​ຢາກ​ໃຊ້​ການ​ກະ​ທຳ​ດັ່ງ​ກ່າວ​ສ້າງ​ຜົນ​ກະ​ທົບ​ຕໍ່​ຜົນ​ການ​ເລືອກ​ຕັ້ງ​ຂອງ​ສະ​ພາ, ເພື່ອ​ບັນ​ລຸ​ເຖິງ​ເປົ້າ​ໝາຍ​​ທີ່​ຍາດ​ເອົາ​ສິດ​ອຳ​ນາດໃນ​ທາງ​ການ​ເມືອງ.

ທ່ານ​ນາງ​ສູ​ລູ້​ຢິງ​ກ່າວ​ວ່າ, ການ​ເຄື່ອນ​ໄຫວ​ດ້ວຍ​ຄວາມ​ຮຸນ​ແຮງ​ແບບ​ຫົວ​ຈັດ​ແມ່ນ​ສັງ​ຄົມ​ໃດ​ກໍ່​ບໍ່​ສາ​ມາດ​ອົດ​ກັ້ນ​​ແລະ​​ໃຫ້​ການອະ​ນຸ​ໂລມ​ໄດ້​ໂດຍ​ປາ​ສະ​ຈາກຫຼັກ​ການ​ທີ່​ເຂັ້ມ​ງວດ. ​ຄືດັ່ງ​ທີ່ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ແລະ​ທ່ານ​ຫານ​ເຈີ້ງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ເນັ້ນ​ໜັກ​ໃນ​ເວ​ລາ​ຕ້ອນ​ຮັບ​ການ​ເຂົ້າ​​ຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ນາງ​ລິນ​ເຈີ້ງ​ເຢ້​ເອີ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​​ໃນ​ຫວ່າງບໍ່​ດົນ​ມານີ້​ວ່າ, ການ​ຢັ​ບຢັ້ງ​ພວກ​ຫົວ​ຮຸນ​ແຮງ ສະ​ກັດ​ກັ້ນ​ຄວາມ​ປັ່ນ​ປ່ວນວຸ້ນ​ວາຍ ແລະ​ຟື້ນ​ຟູ​​ຄວາມ​ເປັນລະ​ບຽບ​​ຮຽບ​ຮ້ອຍ ຍັງ​ແມ່ນ​ໜ້າ​ທີ່​ສຳ​ຄັນ​ກວ່າ​ໝູ່​ໃນ​ປັດ​ຈຸ​ບັນ​ຂອງ​ຮົງ​ກົງ. ພວກ​ເຮົາ​ຫວັງ​ໃຫ້​ອົງ​ການ​ການ​ບໍ​ລິ​ຫານ, ​ອົງ​ການນິ​ຕິ​ບັນ​ຍັດ​ແລະ​ອົງ​ການ​ຕຸ​ລາ​ການ​ຂອງ​ຮົງ​ກົງ​ຮ່ວມ​ກັນ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເພື່ອ​ຢັບ​ຢັ້ງ​​ສະ​ກັດ​ກັ້ນແລະ​ລົງ​ໂທດ​​ຕໍ່​ພວກ​ຫົວ​ຮຸນ​ແຮງ​ຕາມ​ກົດ​ໝາຍ. ການ​ເລືອກ​ຕັ້ງ​ຂອງ​ຮົງ​ກົງ​ຕ້ອງ​ດຳ​ເນີນ​​ໄປພາຍ​ໃຕ້​ສະ​ພາບ​ການ​ທີ່​ຍຸດ​ຕິ​ທຳ, ທ່ຽງ​ທຳ, ປອດ​ໄພ ແລະ​​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ຄຳ​ເຫັນ

0