吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈີ້ນຜິງຮ່ວມກັບນາຍົກເກຼັກທັດສະນາຈອນໂຄງການທ່າກຳປັ່ນປີ​ຣາ​ອຸຍ​ສ

2019-11-12 15:24:12 cri

     ວັນທີ 11 ພະຈິກນີ້ ຕາມເວລາທ້ອງຖິ່ນ,​ທ່ານ​ກີ​ຣີ​ອາ​ໂກ​ສ ມິດ​ໂຊ​ຕາ​ກີ​ສ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເກຼັກ​​ພ້ອມ​ພັນ​ລະ​ຍາ​ໄດ້​ເປັນ​ເພື່ອນ​ພາ​ທາງ, ທ່ານສີຈີ້ນຜິງ ປະທານປະເທດຈີນ ແລະ ພັນ​ລະ​ຍາ ນາງເພີງລີ້ຢວນ​ເດີນ​ທາງ​ໄປ​ທັດ​ສະ​ນະ​ຈອນ​ໂຄງ​ການ​ທ່າ​ກຳ​ປັ່ນ​ປີ​ຣາ​ອຸຍ​ສ​ຂອງ​ກຸ່ມ​ບໍ​ລິ​ສັດ​ຂົນ​ສົ່ງ​ດ້ວຍ​ເຮືອ cosco.  

    ທ່ານ​ສີ​ຈີ້ນ​ຜິງ​ກ່າວວ່າ, ໂຄງ​ການ​ທ່າ​ກຳ​ປັ່ນ​ປີ​ຣາອຸຍສແມ່ນ​ແບບຢ່າງແຫ່ງຜົນສຳເລັດຂອງການຮ່ວມມືລະຫວ່າງບໍລິສັດເຂັ້ມແຂງຂອງຈີນ-ເກຼັກທີ່ຊ່ວຍຊູຍູ້ໜູນກັນ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ທ່າ​ກຳ​ປັ່ນ​ແຫ່ງນີ້ຈະ​ມີ​ອະ​ນາ​ຄົດສະຫວ່າງສະໄຫວ, ໝາກ​ຜົນຂອງການ​ຮ່ວມ​ມື​ຍ່ອມ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະຊາຊົນຂອງສອງ​ປະ​ເທດ ກໍຄືພາກ​ພື້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
     ທ່ານ​ມິດ​ໂຊ​ຕາ​ກີ​ສ​ກ່າວ​ວ່າ, ຄວາມ​ເປັນຈິງໄດ້ພິສູດໃຫ້ເຫັນ​ວ່າ, ໂຄງ​ການ​ທ່າ​ກຳ​ປັ່ນ​ປີ​ຣາອຸຍສເປັນໂຄງການທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດ, ໄດ້​ອອກ​ແຮງ​ຊຸກ​ຍູ້​ເສດ​ຖະ​ກິດ​ເກຼັກ​ໃຫ້​ຟື້ນ​ຟູ ແລະ ສັງ​ຄົມ​ເກຼັກ​ໄດ້ມີການພັດ​ທະ​ນາ, ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງປະຊາຊົນເກຼັກ, ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນຢ່າງກວ້າງຂວາງຈາກ​ປະ​ຊາ​ຊົນ​ເກຼັກ. ເກຼັກ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ, ເຮັ​ດ​ໃຫ້​ໂຄງ​ການ​ທ່າ​ກຳ​ປັ່ນ​ປີ​ຣາອຸຍສໃຫຍ່ຂຶ້ນ ແລະ ເຂັ້ມແຂງຂຶ້ນ, ກາຍ​ເປັນ​ແບບ​ຢ່າງທີ່ດີໃນການສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຮ່ວມກັນ.
      ທ່າ​ກຳ​ປັ່ນ​ປີ​ຣາອຸຍສ​ແມ່ນ​ທ່າ​ກຳ​ປັ່ນ​ໃຫຍ່​ທີ່​ສຸດ​ຂອງ​ເກຼັກ,ຫ່າງຈາກນະຄອນຫຼວງເອເທນໄປທາງທິດຕາເວັນຕົກສຽງໃຕ້ປະມານ 10 ກິໂລແມັດ.

ຄຳ​ເຫັນ

0