吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ: ຈີນ ​ແລະ​ເກຼັກຄວນ​ເປີດ​ກວ້າງຂະໜາດ​ການ​ຄ້າ ​ແລະ​ການ​ລົງທຶນເຊິ່ງກັນ ​ແລະ​ກັນ

2019-11-12 15:36:19 cri

ວັນ​ທີ 11 ພະຈິກ​ນີ້, ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ໄດ້ພົບ​ປະ​ກັບ​ທ່ານ​ກີຣີອາ​ໂກສ ມິດ​ໂຊ​ຕາ​ກີ​ສ ນາຍົກລັດຖະມົນຕີ​ເກຼັກ ​ແລະ​ກ່າວ​ເນັ້ນ​ວ່າ: ຈີນ ​ແລະ​ເກຼັກຄວນ​ເປີດ​ກວ້າງຂະໜາດ​ການ​ຄ້າ ​ແລະ​ການ​ລົງທຶນ​ເຊິ່ງກັນ ​ແລະ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ​ພະ​ລັງ​ງານ​ໄຟຟ້າ, ການ​ສື່ສານ, ການ​ຜະລິດ, ການ​ທະນາຄານ ​ແລະ​ອື່ນໆ. ຈີນ​ຍິນ​ດີ​ນຳ​ເຂົ້າ​ຜະລິດ​ຕະພັນ​ກະສິກຳ​ທີ່​ມີ​ຄຸນ​ນະພາ​ບດີຈາກ​ເກຼັກຫຼາຍ​ກວ່າ​ເກົ່າ ​ແລະຈະ​ສົ່ງ​ເສີມ​ໃຫ້​ວິ​ສາ​ຫະກິດ​ທີ່​​ເຂັ້ມ​​ແຂງ​ຂອງ​ຈີນມາ​ລົງທຶນ​ຢູ່​ເກຼັກຫຼາຍ​ກວ່າ​ເກົ່າ.

ທ່ານ​ມິດ​ໂຊ​ຕາ​ກີ​ສກ່າວ​ວ່າ: ​ເກຼັກຫວັງ​ວ່າ​ຈະກາຍ​ເປັນ​ປະຕູ​ຂອງ​ຈີນ​ໃນ​ການ​ເຂົ້າ​ສູ່​ຕະຫຼາດ​ເອີຣົບ ແລະ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເຂົ້າ​ມາ​ລົງທຶນ​ຢູ່​ເກຼັກຫຼາຍ​ກວ່າ​ເກົ່າ​, ຫວັງ​ວ່າ​ສອງ​ຝ່າຍຈະ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ​ການ​ຮ່ວມ​ມື​ດ້ານ​ການ​ຂົນ​ສົ່ງ​ທາງ​ທະ​ເລ, ພະລັງງານ, ການ​ຄ້າ​ເອ​ເລັກ​ໂຕຣນິກ, ວັດທະນະທຳ, ​ການ​ສຶກສາ, ການ​ທ່ອງ​ທ່ຽວ ​ແລະ​ອື່ນໆ.

​ໃນ​ມື້ດຽວ​ກັນ, ຜູ້ນຳ​ສອງ​ທ່ານ​ໄດ້​ຮ່ວມ​ກັນ​ເປັນ​ສັກຂີ​ພິຍານ​​ໃຫ້​ແກ່ການ​ເຊັນ​ສັນຍາ​​ການ​ຮ່ວມ​ມື​​ໃນ​ຂົງ​ເຂດ​ຕ່າງໆ ​ເຊັ່ນ: ການ​ລົງທຶນ, ທ່າ​ເຮືອ, ການ​ທະນາຄານ, ພະລັງງານ, ການ​ສຶກສາ ​ແລະ​ອື່ນໆ.

ຄຳ​ເຫັນ

0