郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ:ສະ​ກັດ​ກັ້ນ​ແລະ​ຄວບ​ຄຸມ​ການ​ໃຊ້​ຄວາມ​ຮຸນ​ແຮງ,ຟື້ນ​ຟູຄວາມ​ເປັນ​ລະ​ລຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ ແມ່ນ​ໜ້າ​ທີ່ອັນ​ຮີບ​ດ່ວນ​ທີ່​ສຸດ​ຂອງ​ຮົງ​ກົງ

2019-11-15 14:57:43 cri

   ວັນ​ທີ1​4ພະ​ຈິກນີ້, ທ່ານ​ສີ​ຈິ້ນ​ຜິງ ​ປະ​ທານ​ປະ​ເທດ​ຈີນ​ໄດ້ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ປະ​ເທດບ​ຣິກ​ສ໊ຄັ້ງ​ທີ11ຢູ່​ນະ​ຄອນ​ຫຼວງບາ​ຊີ​ເຣຍ ໂດຍ​ໄດ້ສະ​ແດງ​ຫຼັກ​ໝັ້ນຢ່າງ​ຈະ​ແຈ້ງຂອງ​ລັດ​ຖະ​ບານ​ຈີນ​ຕໍ່​ສະ​ຖາ​ນະ​ການ​ຢູ່​ຮົງ​ກົງ​ໃນ​ປັດ​ຈຸ​ບັນ.

   ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ,ການ​ກະ​ທຳ​ຜິດດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ພວກ​ຫົວ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ຮົງ​ກົງ​ຢ່າງ​ຕໍ່​ເນື່ອງ,ໄດ້​ຢາບ​ຢ່ຳ​ລະ​ບຽບ​ການ​ປົກ​ຄອງ​ແລະ​ຄວາມ​ເປັນ​ລະ​ບຽບຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ຢ່າງ​ໜັກ​ໜ່ວງ, ທຳ​ລາຍ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງແລະ​ຄວາມ​ໝັ້ນ​ຄົງຂອງ​ຮົງ​ກົງ​ຢ່າງ​ໜັກ​ໜ່ວງ,ເປັນ​ການ​ທ້າ​ທາຍ​ຕໍ່​ເສັ້ນ​​ຕ່ຳ​ສຸດຂອງ​ຫຼັກ​ການ“ປະ​ເທດ​ດຽວສອງ​ລະ​ບອບ”ຢ່າງ​ໜັກ​ໜ່ວງ. ການສະ​ກັດ​ກັ້ນ​ແລະ​ຄວບ​ຄຸມ​ການ​ໃຊ້​ຄວາມ​ຮຸນ​ແຮງ,ຟື້ນ​ຟູ​​ຄວາມ​ເປັນລະ​ລຽບ​ຮຽບ​ຮ້ອຍ​ຂອງ​ສັງ​ຄົມ​ໃຫ້​ປົກ​ກະ​ຕິ ແມ່ນ​ໜ້າ​ທີ່​ອັນ​ຮີບ​ດ່ວນ​ທີ່​ສຸດ​ຂອງ​ຮົງ​ກົງ​ໃນ​ປັດ​ຈຸ​ບັນ. ພວກ​ເຮົາ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ​ທີ່​ນຳ​ພາ​ໂດຍ​ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ,​ ເດັດ​ດ່ຽວສະ​ໜັບ​ສະ​ໜູນ​ຕຳ​ຫຼວດ​ຮົງ​ກົງ​​ໃນ​ການ​ບັງ​ຄັບ​ໃຊ້ກົດ​ໝາຍຢ່າງ​ເຂັ້ມ​ງວດ,ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ອົງ​ການ​ຕຸ​ລາ​ການ​ຮົງ​ກົງ​ລົງ​ໂທດ​ຕໍ່​ຜູ້ກະ​ທຳ​ຜິດ​ກົດ​ໝາຍ​ທີ່​ໃຊ້​ຄວາມ​ຮູນ​ແຮງ​ຕາມ​ກົດ​ໝາຍ.ລັດ​ຖະ​ບານ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ໜຽວ​ແໜ້ນ​ບໍ່​ປ່ຽນ​ແປງ​ໃນ​ການ​ປ້ອງ​ກັນ​ອະ​ທິ​ປະ​ໄຕ​ແຫ່ງ​ຊາດ,ຄວາມ​ໝັ້ນ​ຄົງ​ແລະ​​ຜົນ​ປະ​ໂຫຍດໃນການ​ພັດ​ທະ​ນາ, ​ມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ໜຽວ​ແໜ້ນ​ບໍ່​ປ່ຽນ​ແປງ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແນວ​ທາງ“ປະ​ເທດ​ດຽວ​ສອງ​ລະ​ບອບ”, ​ແລ​ະມີ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ໜຽວ​ແໜ້ນ​ບໍ່​ປ່ຽນ​ແປງ​ໃນ​ການ​ຄັດ​ຄ້ານ​ອິດ​ທິ​​ກຳ​ລັງພາຍນອກ​ອື່ນໆ​ທີ່​ຫວັງ​ແຊກ​ແຊງວຽກ​ງານ​ຂອງ​ຮົງ​ກົງ.

ຄຳ​ເຫັນ

0