黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໂຄສົກ​ຄະນະ​ກຳມາທິການລະບຽບ​ກົດໝາຍ ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຖະ​ແຫຼງກ່ຽວກັບຄຳ​ຕັດສິນ​ຂອງ​ສານ​ຮົງ​ກົງ

2019-11-19 16:04:37 CRI

ວັນ​ທີ 19 ພະຈິກ​ນີ້, ທ່ານຈ່າງ​ເຖ​ເຫວີຍ ​ໂຄສົກ​ຄະນະ​ກຳມາ​ທິການ​ລະບຽບ​ກົດໝາຍ ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ ​ໄດ້​ຖະ​ແຫຼງຂ່າວ​ກ່ຽວ​ກັບຄຳ​ຕັດສິນ​ຂອງສານ​ ຂັ້ນຕົ້ນ​ໃນ​ສານ​ສູງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ທີ່​ໄດ້​ນັ່ງ​ບັນລັງ​ທົບ​ທວນ​ຄຳ​ຕັດສິນ​ທີ່​ກ່ຽວຂ້ອງ ​ໂດຍ​ມີ​ເນື້ອ​ໃນ​ດັ່ງ​ນີ້:

ວັນ​ທີ 18 ພະຈິກ​ນີ້, ສານຂັ້ນຕົ້ນ​ໃນ​ສານສູງ​ເຂດ​ບໍລິ​ຫານ​ພິ​ເສດ​ຮົງ​ກົງ​ໄດ້​ທຳ​ການ​ຕັດສິນ​​ວ່າ: ບາງ​ມາດຕາ​ໃນ “ກົດ​ລະບຽບ​ວ່າ​ດ້ວຍ​ກໍລະນີ​ສຸກ​ເສີນ” ຂອງ​ຮົງ​ກົງ​ແມ່ນ​ບໍ່​ສອດຄ່ອງ​ກັບ​ກົດໝາຍ​ພື້ນຖານ​ຮົງ​ກົງ. ການ​ຕັດສິນ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ມາດ​ຕະການ​ທີ່​ກ່ຽວຂ້ອງ​ໃນກົດ​ລະບຽບດັ່ງກ່າວ​ບໍ່​ມີ​ຜົນ​ບັງຄັບ​ໃຊ້. ຜູ້​ແທນ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຈຳນວນ​ໜຶ່ງ​ຮູ້ສຶກ​ບໍ່ພໍ​ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ຄຳ​ຕັດສິນ​ດັ່ງກ່າວ, ຂະນະ​ທີ່​ຄະນະ​ກຳມາ​ທິການ​ລະບຽບ​ກົດໝາຍ ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ກໍ​​​ໄດ້ເອົາ​ໃຈ​ໃສ່​ຕິດຕາມ​ຢ່າງ​ໃກ້ຊິດ​ຕໍ່​ກໍລະນີ​ດັ່ງກ່າວ. ພວກ​ເຮົາ​ເຫັນ​ວ່າ: ລັດຖະທຳ​ມະນູນ ​ແລະ ກົດໝາຍ​ພື້ນຖານ​​ໄດ້​ສົບ​ທົບກັນ​ເປັນ​ພື້ນຖານ​​ໃຫ້​ແກ່ລະບຽບ​ການ​ການ​ປົກຄອງ​ຕາມ​ລັດຖະທຳ​ມະນູນຂອງ​ຮົງ​ກົງ. ກົດໝາຍ​ຂອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ແມ່ນ​ສອດຄ່ອງ​ກັບ​ກົດໝາຍ​ພື້ນຖານ​ຮົງ​ກົງຫຼືບໍ່, ພຽງ​ແຕ່​ແມ່ນ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ເປັນ​ຜູ້​ຕັດສິນ​ແລະ​ດຳ​ເນີນ​ການ​ຕົກລົງ, ສ່ວນ​ອົງການ​ອື່ນ​ໃດແມ່ນ​ບໍ່​ມີ​ສິດດຳ​ເນີນ​ການ​ຕັດສິນ​ແລະ​ຕົກລົງ. ອີງ​ຕາມ​ມາດຕາ​ທີ 8 ຂອງ​ກົດໝາຍ​ພື້ນຖານ​ຮົງ​ກົງ, ກົດໝາຍ​ທີ່​ມີ​ຢູ່​ແລ້ວ​ຂອງ​ຮົງ​ກົງ ລວມທັງ “ກົດ​ລະບຽບ​ວ່າ​ດ້ວຍ​ກໍລະນີ​ສຸກ​ເສີນ” ນອກຈາກ​ໄດ້​ຂັດ​ກັບ​ກົດໝາຍ​ພື້ນຖານ​ຮົງ​ກົງ ຫຼື ອົງການ​ນິຕິບັນຍັດ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງທີ່​ໄດ້​ດຳ​ເນີນ​ການ​ດັດ​ແກ້​ແລ້ວ ບໍ່ຄວນ​ລົບ​ລ້າງ. ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ໃນ​ຄຳ​ຕັດສິນ​ຂອງສານ​ຂັ້ນຕົ້ນ​ໃນສານ​ສູງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ ​​ໄດ້​ເປັນ​ການບັ່ນ​ທອນ​ສິດ​ຄຸ້ມ​ຄອງ-ບໍລິຫານ​​ຕາມ​ກົດໝາຍຂອງ​ຜູ້​ວ່າການ​ແລະ​ອຳນາດ​ການ​ປົກຄອງ​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ​ຢ່າງ​ໜັກໜ່ວງ ຈຶ່ງ​ບໍ່​ສອດຄ່ອງ​ກັບ​ກົດໝາຍ​ພື້ນຖານ​ຮົງ​ກົງ ​ແລະ ຂໍ້​ກຳນົດ​ໃນ​ມະຕິ​ຕົກລົງ​ທີ່​ກ່ຽວຂ້ອງຂອງ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ.

ຄຳ​ເຫັນ

0