尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ໃຊ້​ມາດ​ຕະ​ຖານ​ໃໝ່​ດ້ານ​ກາ​ນ​ກັກ​ກັນ​ພະ​ຍາດ​ລະ​ບາດ​ລະ​ດັບ​ຊາ​ດ​ຈຳ​ນວນ​ໜຶ່ງ

2019-11-19 17:27:48 cri

ຕອນ​ບ່າຍ​ວັນ​ທີ 18 ພະ​ຈິກ​ນີ້, ຄະ​ນະ​ກຳ​ມະ​ການວ່າ​ດ້ວຍ​ມາດ​ຕະ​ຖານ​ເຕັກ​ນິກ​ກັກ​ກັນ​ພະ​ຍາດ​ລະ​ບາດ​ແຫ່ງ​ຊາດ​ຈີນໄດ້​ສ້າງ​ຕັ້ງ​ຂຶ້ນ​ຢູ່​ນະ​ຄອນ​ກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ,ແລະ​ຈະ​ໃຊ້​ມາດ​ຕະ​ຖານ​​ໃໝ່​ດ້ານ​ກາ​ນ​ກັກ​ກັນ​ພະ​ຍາດ​ລະ​ບາດລະ​ດັບ​ຊາດ​ຈຳ​ນວນ​ໜຶ່ງ ເຊິ່ງ​ມາດ​ຕະ​ຖານ​ເຫຼົ່າ​ນີ້​ບໍ່​ພຽງ​ແຕ່​ມີ​ຜົນ​ດີ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງເຊື້ອ​ພະ​ຍາດ​ທີ່​ອັນ​ຕະ​ລາຍ​ພາຍ​ໃນຈີນ​ເທົ່າ​ນັ້ນ,ແຕ່​ຍັງ​ມີ​ບົດ​ບາດ​ຊຸກ​ຍູ້​ການ​ແກ້​ໄຂ​ເຫດ​ການ​​ດ້ານສາ​ທາ​ລະ​ນະ​ສຸກ​ທີ່​ເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ຂອງ​ຈີນ​ອີກ​ດ້ວຍ.
 

ໃນ​ອະ​ນາ​ຄົດ,ຈີນ​ຍັງ​ຈະ​ວາງ​ມາດ​ຕະ​ຖານ​ວ່າ​ດ້ວຍວຽກ​ງານ​ກັກ​ກັນພະ​ຍາດ​ລະ​ດັບ​ຊາດ​ຕາມ​ລຳ​ດັບ,ພ້ອມ​ທັງ​ສະ​ເໜີ​ແຜນ​ການ​ຈີນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ການ​​ແຜ່​ລະ​ບາດ​ຂອງເຊື້ອ​ພະ​ຍາດໃນ​ຂອບ​ເຂດ​ທົ່ວ​ໂລກ,ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ດ່ານ​ເຂົ້າ​ເມືອງ,ຍົກ​ສູງ​ບົດ​ບາດ​ອິດ​ທິ​ພົນ​ດ້ານ​ການ​ກັກ​ກັນ​ພະ​ຍາດ​ລະ​ບາດ​ຂອງ​ດ່ານ​ພາ​ສີ​ຈີນ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ໃຫ້​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

ຄຳ​ເຫັນ

0