蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຄ້າ​ແລະ​ການ​ລົງ​ທຶນຈີນ​-ຫວຽດ​ນາມ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່​າ​ໂນ້ຍ

2019-11-19 17:01:59 CRI

ກອງ​ປະ​ຊຸມ​ສຳ​ມະ​ນາ​ການ​ຄ້າ​ແລະ​ການ​ລົງ​ທຶນຈີນ​-ຫວຽດ​ນາມ​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ຮ່​າ​ໂນ້ຍປະ​ເທດ​ຫວຽດ​ນາມ​ໃນ​ວັນ​ທີ 18 ພະ​ຈິກ​ນີ້ ໂດຍ​ມີ​ທ່ານ​ລຸຍ​ຊິນ​ຮ​ວາ ປະ​ທານ​ສະ​ພາ​ສົ່ງ​ເສີມ​ການ​ຮ່ວມ​ມື​ໃຕ້-ໃຕ້​, ທ່ານ​ສົງ​ໂປ່ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ຫວຽດ​ນາມ, ທ່ານດວນ​ດຸຍ​ຄວງ ຮອງ​ປະ​ທານ​ສະ​ພາ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຫວຽດ​ນາມ ພ້ອມ​ດ້ວຍ​ນັກ​ທຸ​ລະ​ກິດ​ສອງ​ປະ​ເທດ​ເຂົ້າ​ຮ່ວມ ​ໂດຍ​ໄດ້​ລົງ​ເລິກ​ປຶກ​ສາ​ຫາ​ລື​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ ແລະ ອະ​ນາ​ຄົດ​ແຫ່ງ​ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ລຸຍ​ຊິນ​ຮ​ວາກ່າວ​ວ່າ, ໃນຫຼາຍ​ປີ​ມໍ່ໆ​ມາ​ນີ້, ຫວຽດ​ນາມ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ພາກ​ພື້ນ, ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ. ໃນ​​ສູ່​ມື້​ນີ້​ທີ່​ລັດ​ທິ​ປົກ​ປ້ອງ ແລະ ລັດ​ທິ​ຝ່າຍ​ດຽວ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ​ການ​ຍຶດ​ໝັ້ນ​ໃນ​ລັດ​ທິຫຼາຍ​ຝ່າຍ ແລະ ປົກ​ປ້ອງ​ຂອບ​ການ​ຄ້າຫຼາຍ​ຝ່າຍ​ໄດ້​ເປັນ​ການ​ກະ​ທຳ​ທີ່​​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ​ທີ່​ສຸດ. ປັດ​ຈຸ​ບັນ, ການ​ຮ່ວມ​ມື​ທາງ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ ແລະ ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ອຸ​ດົມ​ສົມ​ບູນ ທັງ​ມີ​ອະ​ນາ​ຄົດ​ທີ່ກວ້າງ​ຂວາງ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນມະ​ຫາ​ສານ.

ທ່ານດວນ​ດຸຍ​ຄວງ​ກ່າວ​ວ່າ, ຈີນ​ເປັນ​ຄູ່​ການ​ຄ້າ​ສຳ​ຄັນ​ຂອງ​ຫວຽດ​ນາມ​ມາ​ໂດຍ​ຕະຫຼອດ, ຫວຽດ​ນາມ​ກໍ​ເປັນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ຈີນ​ໃນ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ. ຂະ​ນະ​ດຽວ​ກັນ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ມີ​ມູນ​ຄ່າ​ການ​ຄ້າ​ກັບ​ຫວຽດ​ນາມຫຼາຍກວ່າ 100 ຕື້​ໂດ​ລາ​ສະ​ຫະ​ລັດ. ໂຄງ​ການ​ລົງ​ທຶນ​ຂອງ​ຈີນ​ຢູ່​ຫວຽດ​ນາມ​ໄດ້​ດຳ​ເນີນ​ໄປ​ຢ່າງ​ສະ​ດວກ ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ໃຫ້​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ຄຳ​ເຫັນ

0