尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຮຽກ​ຮ້ອ​ງ​ໃຫ້​ສະ​ຫະ​ພາບ​ເອີ​ຣົບ​ຍຶ​ດ​ຖື​ຫຼັກ​ໝັ້ນ​ເປັນ​ເອ​ກະ​ພາບ​ກັນ​ຕໍ່​ຈີນ

2019-11-30 17:50:08 cri

ຕາມ​ສື່ມວນ​ຊົນ​ເຢຍ​ລະ​ມັນ​ລາຍ​ງານ​ວ່າ​:ວັນ​ທີ 27 ພະ​ຈິກ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ໄດ້​​ກ່າວ​ໃມ​ກອງ​ປະ​ຊຸມ​ອະພິ​ປາຍ​ທົ່ວ​ໄປ​ຂອງ​ສະ​ພາ​ສະ​ຫະ​ພັນ​ເຢ​ຍ​ລະ​ມັນໂດຍ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດຂອງ​ສະ​ຫະ​ພາບ​ເອີ​ຣົບ​ຈົ່ງ​ປະ​ສານ​ງານ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​ໃນ​ການ​ກໍ່​ສ້າງ​​ລະ​ບົບ 5G, ພ້ອມ​ທັງ​ກ່າວ​ເຕືອນ​ວ່າ​ບໍ່​ຄວນ​ໃຊ້​ທ່າ​ທີ​ໂດດ​ດ່ຽວ​ແລະ​ແຍກ​ປ່ຽວ​ຈີນ.
 

ທີ່​ຈິງ​ແລ້ວ,ກ່ອນ​ໜ້າ​ນີ້,ທ່ານ​ນາງ ແອງ​ເຈີ​ລາ ເມີ​ເຄວ​ໄດ້​ສະ​ແດງ​ທ່າ​ທີ​​ຂອງ​ຕົນມາເປັນ​ຫຼາຍ​ຄັ້ງ​ແລ້ວ​ໂດຍ​ໄດ້​ປະ​ຕິ​ເສດ​ການ​ປັດ​ປ່າຍ​ບໍ່​ໃຫ້​ວິ​ສາ​ຫະ​ກິດ​ສະ​ເພາະເຂົ້າ​ຮ່ວມ​ການ​​ສ້າງ​ລະ​ບົບ 5G ຂອງ​​ປະ​ເທດ​ຕົນ.​ທ່ານ​ຍັງ​ໄດ້​ສະ​ເໜີ​ໃຫ້​ຮ່ວ​ມ​ກັບ​​ຝ​ຣັ່ງ​ທົດ​ລອງ​ການ​ບັນ​ລຸ​ແຜນ​ການ​ແກ້​ໄຂ​ສະ​ບັບ​ໜຶ່ງ​ກ່ອນ ແລ້ວ​ຈຶ່ງວາງ​ແຜນ​ທີ່ກວມ​ເອົາ​ທົ່ວ​ຂອບ​ເຂດ​ສະ​ຫະ​ພາບ​ເອີ​ຣົບ​ບົນ​ພື້ນ​ຖານ​ດັ່ງ​ກ່າວ. ທ່ານ ເເອມ​ມານູ​ແອນ ມາຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ຕອບ​ຄຳ​ຖາມ​ກ່ຽວ​ກັບ​​ບໍ​ລິ​ສັດ​ຫົວ​ເຫວີຍ​ໃນ​ວັນ​ທີ 28 ພະ​ຈິກ​ນີ້​ໂດຍ​ກ່າວ​ວ່າ:​ຕົນ​ບໍ່​ຢາກໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຫຼື​ບໍ​ລິ​ສັດ​ໂທ​ລະ​ຄົມ​ສະ​ເພາະ​ໃດ​ໆຢ່າງ​ເດັດ​ຂາດ.
 

ບຸກ​ຄົນ​ວົງ​ການ​ພາຍ​ໃນ​ເຫັນ​ວ່າ: ​ທິດ​ທາງ​ນະ​ໂຍ​ບາຍ​ຂອງ​ເຢ​ຍ​ລະ​ມັນ​ແລະ​ຝ​ຣັ່ງ​ມີ​ອິດ​ທິ​ພົນ​ຢ່າງ​ໃຫຍ່​ໃນ​ເອີ​ຣົບ,ຖ້າ​ສອງ​ປະ​ເທດ​ດັ່ງ​ກ່າວ​​ອະ​ນຸ​ຍາດ​ໃຫ້​ອຸ​ປະ​ກອນ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຢ່າງ​ມີ​ຄວາມ​ຍຸ​ຕິ​ທຳ ກໍຈະ​ມີ​ຄວາມ​ໝາຍ​ສຳ​ຄັນ​​ຕໍ່​ບໍ​ລິ​ສັດ​ຫົວ​ເຫວີຍ.

ຄຳ​ເຫັນ

0