郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສານ​ເລືອກ​ຕັ້ງ​​ຂອງ​ອູ​ຣູ​ໄກວ​ປະ​ກາດ​ທ່ານລາ​ຄາ​ເລ​ໄດ້ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ຊຸດ​ໃໝ່

2019-12-01 15:36:12 cri

   ສານ​ເລືອກ​ຕັ້ງ​​ຂອງ​ອູ​ຣູ​ໄກວປະ​ກາດໃນວັນ​ທີ 30 ພະ​ຈິກ​ຜ່ານ​ມານີ້​ວ່າ, ຫຼັງ​ຈາກ​ສຳ​ເລັດ​ການ​ນັດ​ບັດ​ທີ່​ຖືກ​ສົງ​ໄສ​ທັງ​ໝົດ​ໃນ​ການ​ປ່ອນ​ບັດ​ຮອບ​ທີ​ສອງ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ແລ້ວ, ​ທ່ານ​ລິ​ສ ລາ​ຄາ​ເລ ພໍ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ພັກ​ຊົນ​ຊາດ​ໄດ້​ຮັບ​ບັດ​ເຫັນ​ດີ​ຫຼາຍກວ່າ​ທ່ານ​ເດນ​ນີວ ມາ​ຕິນ​ເນັ​ສ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ຂອງ​ແນວ​ທາງກວ້າງ​ຂວາງ, ໂດຍ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີອູ​ຣູ​ໄກວຊຸດ​ໃໝ່.

   ​ຜົນ​ການສະ​ຖິ​ຕິ​ຫຼ້າ​ສຸດ​ສະ​ແດງ​ໃຫ້​ເຫັນ​ວ່າ, ທ່ານ​ຄາ​ລາ​ເລ​ໄດ້​ບັດ​ເຫັນ​ດີ 48,8% ໃນ​ການ​ປ່ອນ​ບັດ​ຮອບ​ທີ​ສອງ​ຂອງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກຜ່ານ​ມານີ້, ສ່ວນ​ທ່ານ​ມາ​ຕີນ​ເນັ​ສ​ໄດ້​ບັດເຫັນ​ດີ 47,3%.

ຄຳ​ເຫັນ

0