李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ມົນ​ຕີເອີ​ຣົບ​ຈັດ​ພິ​ທີ​ມອບ​ຮັບ​ຕຳ​ແໜ່ງ​ປະ​ທານ

2019-12-01 15:24:06 cri

ວັນ​ທີ 29 ພະ​ຈິກ​ແລ້ວ​ນີ້, ສະ​ພາ​ມົນ​ຕີເອີ​ຣົບໄດ້​ຈັດ​ພິ​ທີ, ທ່ານ​ໂດ​ນາວ ທຸ​ສ​ກ໌ ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ​​ຄົນ​ປັດ​​ຈຸ​ບັນ​​ໄດ້​ມອ​ບ​ຕຳ​ແໜ່ງ​ໃຫ້​ທ່ານ ຊາວ​ສ໌ ມິ​ເຊວ​ ປະ​ທານ​ຜູ້​ໃໝ່.

ເດືອນ​ກໍ​ລະ​ກົດ​ປີ​ນີ້, ທ່ານ ຊາວ​ສ໌ ມິ​ເຊວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ແບນ​ຊິກ​​ໃນ​ເວ​ລາ​ນັ້ນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານສະ​ພາ​ມົນ​ຕີເອີ​ຣົບ​ຜູ້​ໃໝ່. ​ທ່ານ​ຈະ​ຂຶ້ນ​ຮັບ​ຕຳ​ແໜ່ງ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 1 ທັນ​ວາ​ນີ້, ໄລ​ຍະ​ຕຳ​ແໜ່ງ​ແມ່ນ​ 2 ປີ​ເຄິ່ງ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ຂອງ​ປະ​ທານ​ສະ​ພາ​ມົນ​ຕີ​ເອີ​ຣົບ​ແມ່ນ​ກະ​ກຽມ​ແລະ​ເປັນ​​ປະ​ທານຈັດ​ກອງ​ປະ​ຊຸມ​ສຸດຍອດ​ສະ​ຫະ​ພາບ​ເອີ​ຣົບ, ແລະ​ຕາງ​ໜ້າ​ໃຫ້​ສະ​ຫະ​ພາບ​ເອີ​ຣົບ​ໃນ​ເວ​ທີ​ສາ​ກົນ​ຈຳ​ນວນ​ໜຶ່ງ​ທີ່​ກ່ຽວ​ພັນ​ເຖິງວຽກ​ງານ​ການ​ຕ່າງ​ປະ​ເທດ​ແລະ​ຄວາມ​ໝັ້ນ​ຄົງ.

ວັນ​ທີ 1 ທັນ​ວາ​ນີ້, ທ່ານ​ອູ​ຊູ​ລາ ວົນ ເດີ​ເລ​ເຢນ, ອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ​ເຢຍ​ລະ​ມັນ​ຈະ​ເລີ່ມ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ຊຸດ​ໃໝ່, ໄລ​ຍະ​ຕຳ​ແໜ່ງ​ແມ່ນ 5 ປີ. ຄະ​ນະ​ກຳ​ມ​າທິ​ການ​ສະ​ຫະ​ພາບ​ເອີ​ຣົບ​ແມ່ນ​ອົງ​ການ​ບໍ​ລິ​ຫານ​ຂອງ​ສະ​ຫະ​ພາບ​ເອີ​ຣົບ, ກໍ່​ແມ່ນ​ອົງ​ການ​ຈັດ​ຕັ້ງ​ພຽງ​ແຫ່ງ​ດຽວ​ໃນ​ອົງ​ການ​ສະ​ຫະ​ພາບ​ເອີ​ຣົບ​ຕ່າງໆ ທີ່​ມີ​ສິດ​ສະ​ເໜີ​ຮ່າງ​ກົດ​ໝາຍ.

ຄຳ​ເຫັນ

0