徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ຈີນ​ສົນ​ທະ​ນາ​ທາງ​ໂທ​ລະ​ສັບ​ກັບ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ

2019-12-02 16:59:42 ​cmg

ຕາ​ມ​ຂ່າວCMG: ໃນ​ຕອນ​ແລງວັນ​ທີ 1 ທັນ​ວາ​ນີ້, ທ່ານ​ຫຼີ​ເຄີ້​ສຽງ, ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​​ສົນ​ທະ​ນາທາງ​ໂທ​ລະ​ສັບ​ກັບ​ທ່ານ​ອູ​ຊູ​ລາ ​ຟອນ ເດີ ໄລ​ເຢີ, ປະ​ທານ​ ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບຄົນ​ໃໝ່.

 

ທ່ານ​ຫຼີ​ເຄີ້​ສຽງ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ທ່ານ​​ອູ​ຊູ​ລາ ຟອນ​ເດີ ໄລ​ເຢີ​ທີ່​ໄດ້​​ຮັບ​ຕຳ​ແໜ່ງ​ໃໝ່, ແລະ​​ກ່າວ, ຈີນ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ຂອງ​ກັນ​ແລະ​ກັນ, ສອງ​ຝ່າຍລ້ວນ​ແຕ່​ເດັດ​ດ່ຽວ​ປົກ​ປ້ອງ​ລັດ​ທິ​ຫຼາຍ​ຝ່າຍ​ແລະ​ການ​ຄ້າ​ເສ​ລີ. ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​​ຫັນ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ຂອງສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ຈີນ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ໃຫ້​ຄວາມ​ສົນ​ໃຈ​ຕໍ່ຜົນ​ປ​ະ​ໂຫຍດ​ຮ່ວມ​ກັນຢ່າງກວ້າງ​ຂວາງ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ລົງ​ເລິກ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ, ຈະ​ມີ​ຜົນ​ດີ​ຕໍ່​ຈີນ​ແລະ​ສະ​ຫະ​ພາບ​ເອີ​ຣົບ, ທັງມີ​ຜົນ​ດີ​ຕໍ່​ທົ່ວ​ໂລກ.

 

ທ່ານ​ຫຼີ​ເຄີ້​ສຽງ​ກ່າວ​ວ່າ,  ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ, ຖ້າ​ຢາກ​ບັນ​ລຸ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຍັງ​ຕ້ອງ​ໄດ້​ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ຍາວ​ໄກ. ພວກ​ເຮົາ​ຈະ​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາຂອງ “ສົນ​ທິ​ສັນ​ຍາ​​ປາ​ຣີ”, ​ສຸມ​ຄວາມ​ພະ​ຍາ​ຍາມ​ເຂົ້າ​ໃນ​ການ​ສູ້​ຊົນ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ໃນ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ເລັ່ງ​ລັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ, ການ​ຫັນ​ເປັນ​ຕົວເມືອງ​ແລະ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ໃນຂະ​ແໜງ​ການ​ກະ​ສິ​ກຳ​ຕ້ອງ​ສືບ​ຕໍ່​ປັບ​ປຸງ​ສິ່ງ​ແວດ​ລ້ອມ​ໃຫ້​ດີ​ຂຶ້ນກວ່າ​ເກົ່າ, ພະ​ຍາ​ຍາມ​ຮ່ວມ​ກັນ​ກັບ​ປະ​ຊາ​ຄົມ​ໂລກ​ເຊິ່ງ​ລວມ​ທັງ​ສະ​ຫະ​ພາບ​ເອີ​ຣົບ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດ້ານ​ດິນ​ຟ້າ​ອາ​ກາດ.

 

ທ່ານ​ຫຼີ​ເຄີ້​ສຽງ​ຍິນ​ດີ​ຕ້ອນ​ຮັບ​​ຜູ້​ນຳ​ຊຸດ​ໃໝ່​ຂອງ​​ສະ​ຫະ​ພາບ​ເອີ​ຣົບ​ເດີນ​ທາງຢ້ຽມ​ຢາມ​ຈີນ​ໃນ​ປີ 2020 ເພື່ອ​ເຂົ້າ​ຮ່ວມ​ການ​ພົບ​ປະ​ລະ​ຫວ່າງ​ຜູ້​ນຳ​ຈີນ-ສະ​ຫະ​ພາບ​ເອີ​ຣົບ​ຄັ້ງ​ທີ 22 ທີ່​ຈະ​ຈັດ​ຂຶ້ນ​ຢູ່​ຈີນ.

ຄຳ​ເຫັນ

0