赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ທ່ານ​ຫຼີ​ເຄີ້​ສຽງສົ່ງ​ໂທ​ລະ​ເລກອວຍ​ພອນ​ວັນ​ຊາດ​ ສ​ປ​ປ ລາວ​ຄອບ​ຮົບ 44 ປີ​ມາ​ຍັງ​ທ່ານ​ທອງ​ລຸນ ສີ​ສຸ​ລິດ

2019-12-02 10:13:10 cri

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດແຫ່ງ ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ​ຄົບ​ຮອບ 44 ປີ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກລັດ​ຖະ​ມົນ ສ​ປ ຈີນ ໄດ້​ສົ່ງ​ໂທ​ລະ​ເລກອວຍ​ພອນ​ມາ​ຍັງ​ທ່ານທອງລຸນ ສີ​ສຸ​ລິດ ນາ​ຍົກລັດ​ຖະ​ມົນ​ຕີ  ສ​ປ​ປ ລາວ. ເຊິ່ງ​ໂທ​ລະ​ເລກອວຍ​ພອນ​ມີ​ເນື້ອ​ໃນ​ຄື​ດັ່ງ​ນີ້:

ເຖິງ:

ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ

ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ

                                                      ທີ່​ນະ​ຄອນ​ຫຼວງວຽງ​ຈັນ

 

ສະ​ຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ:

ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ແຫ່ງ​ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ຄົບ​ຮອບ 44 ປີ, ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ໃຈ ມາ​ຍັງ​ສະ​ຫາຍ.

ຂ້າ​ພ​ະ​ເຈົ້າ​ໄດ້​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ໄດ້​ເຫັນ​ວ່າ ໜຶ່ງ​ປີ​ຜ່ານ​ມາ ປະ​ເທດ​ລາວ​ມີ​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ດີ​ຂຶ້. ສາຍ​ພົວ​ພັນ​ຈີນ​-ລາວໄດ້​ຂະ​ຍ​ຫາຍ​ຕົວ​ຢ່າງ​ຕໍ່​ເນ່ອງ ການ​ຮ່ວມ​ມື​ຢ່າງ​ເປັນ​ຮູບ​ປະ​ທຳປະ​ສົບ​ໝາກ​ຜົນ​ອັນ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ. ຝ່າຍ​ຈີນ​ຍິນ​ດີ​ຮ່ວມ​ກັນ​ກັບ​ຝ່າຍ​ລາວ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ແມ່​ບົດ​ວ່າ​ດ້ວຍ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວທີ່​ລົງ​ນາມ​ໂດຍ​ການ​ນຳ​ສູງ​ສຸດ​ສອງ​ພັກ​ສອງ​ລັດ​ໃຫ້​ດີ ດຳ​ເນີນ​ການ​ຮ່ວມ​ມື​ສຳ​ຄັນ​ໃນ​ທຸກ​ຂົງ​ເຂດ​ໃຫ້​ດີ ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ໃຫ້​ແກ່​ສອງ​ປະ​ເທດ ແລະ​ປະ​ຊາ​ຊົນ​ສອງ​ຊາດ.

ຂໍ​ອວຍ​ພອນ​ໃຫ້ ສ​ປ​ປ ລາວ ຈົ່ງ​ມີ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ ປະ​ຊາ​ຊົນ​ລາວ​ຈົ່ງ​ມີ​ຄວາມ​ຜາ​ສຸກ.

ຂໍ​ອວຍ​ພອນ​ໃຫ້​ແກ່​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ​-ລາວ ພັດ​ທະ​ນາ​ກ້າວ​ໜ໊າ​ຢ່າງ​ບໍ່​ຢຸດ​ຢັ້ງ.

                                               ຫຼີ ເຄີ້​ສຽງ

                                  ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ ຈີນ

                          ວັນ​ທີ 2 ທັນ​ວາ 2019 ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ

ຄຳ​ເຫັນ

0