徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຈດ​ຕະ​ນາ​ໂດຍ​ທີ່​ຂັດ​ຂວາງ​ຈີນ​ຈະ​ຕ້ອງ​ຖືກ​ປະ​ລາ​ໄຊ​ໃນ​ທີ່​ສຸດ

2019-12-06 17:01:54 cri

ຕາມ​ຂ່າວCRI:ວັນ​ທີ 5 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຫວາງ​ຢີ້, ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ລາ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ເພື່ອນ​ມິດໃນ​ວົງ​ການ​ຕ່າງໆ​ຂອງ​ສ.ເກົາ​ຫຼີ​ຢູ່​ນະ​ຄອນ​ຫຼວງ​ເຊ​ອູນວ່າ, ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ພັດ​ທະ​ນາ​ທີ່​ປະ​ຈັກ​ຕາ​ຕໍ່​ຊາວ​ໂລກ, ​ຍ້ອນ​ວ່າ​ພວກ​ເຮົາ​ໄດ້​ຄົ້ນ​ພົບ​ເສັ້ນ​ທາງແຫ່ງ​ການ​ພັດ​ທະ​ນາ​​ທີ່​ຖືກ​ຕ້ອງ, ກໍ​ຄື​ເສັ້າ​ທາງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ. ເສັ້ນ​ທາງ​ສາຍ​ນີ້​ບໍ່​ພຽງ​ແຕ່​ສອດ​ຄ່ອງ​ກັບ​ສະ​ພາບຄວາມ​ເປັນ​ຈິງ​ຂອງ​ຈີນ​ເທົ່າ​ນັ້ນ, ຍັງ ກໍ​ສອດ​ຄ່ອງ​ກັບ​ກະ​ແສ​ແຫ່ງ​ຍຸກ​ສະ​ໄໝ; ເຊິ່ງບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ຢືນ​ຢັນດ້ວຍ​ພຶດ​ຕິ​ກຳ​ຕົວ​ຈິງວ່າ​ແມ່ນ​ຜົນ​ສຳ​ເລັດ, ​ຍັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມີ​ຊີ​ວິດ​ຊີ​ວາ​ອັນ​ຍິ່ງ​ໃຫຍ່ ;ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູ​ນ​ດ້ວຍ​ຄວາມ​ຈິງ​ໃຈ​ຈາກ​ປະ​ຊາ​ຊົນ​ຈີນ, ຍັງ​ໄດ້​ຮັບ​ຄວາ​ມ​ເຂົ້າ​ໃຈ​ແລະ​ການຍອມ​ຮັບ​ນັບ​ມື້​ນັບ​ຫຼາຍຈາກ​ບັນ​ດາ​ປະ​ເທດ​ໃນ​ທົ່ວ​ໂລກ.

 

ທ່ານ​ຫວາງຢີ້​ຊີ້​ອອກວ່າ, ​ນີ້ແນ່ນອນ​ແລ້ວ, ບໍ່​ແມ່ນ​ໝົດ​ທຸກ​ຄົນ​ຫວ້ງ​ເຫັນ​ຈີນ​ປະ​ສົບ​ຄວາມ​ສຳ​ເລັດ, ມີ​ບາງ​ກຸ່ມ​ຄົນຈຳ​ນວນ​ໜຶ່ງໃນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໄດ້​ພະ​ຍາ​ຍາມ​ຢ່າງ​ສຸດ​ຂີດ​ເພື່ອ​ໃສ່​ຮ້າຍ​ປາຍ​ສີ​ຈີນ, ຢາກ​ເຫັນ​ຈີນ​ທີ່​ຊຸດ​ໂຊມ​ລົງ, ຈົນ​ປ່າວ​ປະ​ກາດ​ວ່າ​ຕ້ອງ​ສະ​ກັດ​ກັ້ນ​ຈີນ. ​ເຊິ່ງ​ຄຳ​ເຫັນ​ເຫຼົ່າ​ນີ້​ເຕັມ​ໄປ​ດ້ວຍ​ອະ​ຄະ​ຕິ​ຈາກ​ຮູບ​ຖານ​ຈິດ​ສຳ​ນຶກ​ແລະພາຍ​ຫຼັງ​ເລື່ອງ​ນີ້​ທັງ​ມີຄວາມ​ເຫັນ​ເຂົ້າ​ຂ້າງ​ດ້ານ​ແນວ​ຄວາມ​ຄິດ, ກໍ​ມີ​ຄວາມ​ຈອງ​ຫອງຂອງ​ແນວ​ຄິດການ​ເມືອງ​ມະ​ຫາ​ອຳ​ນາດ. ແຕ່​ວ່າ​​ເຈດ​ຕະ​ນາ​ຮ້າຍ​ເຫຼົ່າ​ນັ້ນ​ລ້ວນ​ແຕ່​ຈະ​ຕ້ອງ​ປະ​ລາ​ໄຊ​ໃນ​ສຸດ​ທ້າຍ. ເພາະ​ວ່າ, ປະ​ເທດ​ໃດກໍ​ລ້ວ​ນ​ແຕ່​ມີ​ສິດ​ໃນ​ການ​ພັດ​ທະ​ນາ​​ຕົນ​ເອງ ; ຊົນ​ເຜົ່າ​ໃດ​ກໍ​ລ້ວນ​ແຕ່ຄວນ​ໄດ້​ຮັບ​​ການ​ເຄົາ​ລົບ​ນັບ​ຖື​ບົນ​ຄວາມສະ​ເໝີ​ພາບ​ກັນ. ແນວ​​ຄິດ​ສົງ​ຄາມ​ເຢັນ​ແມ່ນ​ແນວ​ຄິດ​ທີ່​ທັນ​ສະ​ໄໝ​ມາ​ແຕ່​ດົນ​ແລ້ວ, ການ​ກະ​ທຳໃນ​ລັກ​ສະ​ນະ​ເຈົ້າ​ອຳ​ນາດ​ຈາກ​ປະ​ຊາ​ຊົນ. ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຄືນ​ໃໝ່​ຂອງ​ຊົນ​ຊາດ​ຈີນ​ແມ່ນ​ຄວາມ​ຈຳ​ເປັນ​ທາງ​ປະ​ຫວັດ​ສາດ, ປະ​ເທດໃດໆ​ກໍ​ບໍ່​ສາ​ມາດ​ກີດ​ກັ້ນ​ໄດ້. ເສັ້ນ​ທາງ​ການ​ພັດ​ທະ​ນາ​ຂອງ​ຈີນ​ແມ່ນ​ການ​​ເລືອກ​ເຟັ້ນ​ໂດຍ​ປະ​ຊາ​ຊົນ​ຈີນ, ເຊິ່ງ​ຈະ​ຕ້ອງ​ໄດ້​ຮັບ​ການ​ພັດ​ທະ​ນາ​ນັບ​ມື້​ນັບກ້າວ​ໄກ​ແລະ​ກວ້າງ​ຂວາງກວ່າ​ເກົ່າຢ່າງ​ແນ່ນອນ.

ຄຳ​ເຫັນ

0