蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝ​ຣັ່ງນັດຢຸດ​ງານ​ປະ​ທ້ວງ​ທົ່ວ​ປະ​ເທດເພື່ອ​ຄັດ​ຄ້ານ​ການ​ປະ​ຕິ​ຮູບ​ລະ​ບຽບການ​ອອກ​ກິນ​ເບ້ຍ​ບຳ​ນານຂອງ​ລັດ​ຖະ​ບານ

2019-12-06 14:55:21 CRI

     ຕາມ​ຂ່າວ CRI: ວັນ​ທີ 5 ທັນ​ວານີ້, ປະ​ເທດ​ຝ​ຣັ່ງ​ໄດ້​ນັດຢຸດ​ງານ​ປະ​ທ້ວງ​ພາຍ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ເຮັດ​ໃຫ້​ການຄົມ​ມະ​ນາ​ຄົມ​ເກືອບ​ເປັນ​ອຳ​ມະ​ພາດ​ໝົດ. ຜູ້​ປະ​ທ້ວງ​ຫົວ​ຮຸນ​ແຮງ​ຈຳ​ນວນ​ໜຶ່ງ​ໄດ້​ປະ​ທະກັບເຈົ້າ​ໜ້າ​ທີ່​ຕຳ​ຫຼວດ, ຝ່າຍ​ຕຳ​ຫຼວດ​ປະ​ກາດ​ວ່າ​ໄດ້​ຈັບ​ຕົວຜູ້​ປະ​ທ້ວງ 100 ກວ່າ​ຄົນ. ຕາມ​ສະ​ຖິ​ຕິ​ຂອງ​ກະ​ຊວງພາຍ​ໃນ​ຝ​ຣັ່ງສະ​ແດງ​ໃຫ້​ເຫັນ​ວ່າ: ໃນມື້​ດຽວ​ກັນ, ໃນ​ປະ​ເທດຝ​ຣັ່ງ​ມີ​ຫຼາຍກວ່າ 70 ເມືອງ​ໄດ້​ແຫ່​ຂະ​ບວນ​ປະ​ທ້ວງ​ເພື່ອ​ຄັດ​ຄ້ານ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ອອກ​ກິນ​ເບ້ຍ​ບຳ​ນານ​ຂອງ​ລັດ​ຖະ​ບານ, ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ​ການ​ເດີນຂະ​ບວນປະ​ທ້ວງ​ມີ​ຫຼາຍ​ກວ່າ 8 ແສນ​ຄົນ. ແຕ່ສະ​ຫະພັນ​ກຳ​ມະ​ບານຝ​ຣັ່ງ​ກ່າວ​ວ່າ​ຈຳ​ນວນ​ຄົນ​ເຂົ້າ​ຮ່ວມ​ການ​ເດີນຂະ​ບວນປະ​ທ້ວງ​ມີ​ເຖິງ 1,5 ລ້ານຄົນ.

     ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ​ອອກ​ຖະ​ແຫຼງ​ການ​ວ່າ: ທ່ານ​ເອມ​ມາ​ນູ​ແອນ ມາ​ຄ​ຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງຍັງຈະ​ຍຶດ​ໝັ້ນການ​ດຳ​ເນີນ​ການ​ປະ​ຕິ​ຮູບ, ແຕ່​ຍິນ​ດີ“ຝັງຄວາມ​ຄິດ​ເຫັນ​ແລະ​ປຶກ​ສາ​ຫາ​ລືກັນ”; ທ່ານແອັດ​ອອດ ຟີ​ລິບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຝ​ຣັ່ງ​ຈະ​ປະ​ກາດ​ໂຄງ​ຮ່າງ​ລວມ​ຂອງ​ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ອອກ​ກິນ​ເບ້ຍ​ບຳ​ນານ​ໃນ​ອາ​ທິດ​ໜ້າ.

ຄຳ​ເຫັນ

0