莫小玲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ພວມ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ

2019-12-06 10:57:50 CRI

ວັນ​ທີ 5 ທັນ​ວານີ້, ໃນ​ເວ​ລາ​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກັບ​ເພື່ອນ​ມິດ​ໃນ​ວົງ​ການ​ຕ່າງໆ​ຂອງ​ສ.ເກົາ​ຫລີທີ່​ນະ​ຄອນ​ເຊ​ອຸນ, ທ່ານ​ວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ພວມ​ຊຸກ​ຍູ້​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ໃນ​ລະ​ດັບ​ສູງ. ພວກ​ເຮົາ​ບໍ່​ພຽງ​ແຕ່​ໄດ້​​ປະ​ຕິ​ບັດ​ໃຫ້ສຳ​ເລັດ​ລື່ນ​ຄາດ​ໝາຍ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ທັງ​ໝົດ​​ທີ່​ໃຫ້​ໄວ້ໃນ​ເວ​ລາ​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ WTO ເທົ່າ​ນັ້ນ, ​ຫາກ​ຍັງ​ໄດ້ຫຼຸດ​ພາ​ສີ​​ລົງ​ເຖິງ 7,5% ອີກ​ດ້ວຍ, ເຊິ່ງ​ຕ່ຳ​ກວ່າ​ບັນ​ດາປະ​ເທດ​​ທີ່ພວມ​ພັດ​ທະ​ນາ​ແລະ​ອົງ​ກອນ​ເສດ​ຖະ​ກິດ​​ຈະ​ເລີນໃໝ່ຢ່າງຫຼວງຫຼາຍ. ສະ​ພາບ​ແວດ​ລ້ອມ​ການ​ທຸ​ລະ​ກິດ​ຂອງ​ຈີນ​ຈາກ​ອັນ​ດັບ​ທີ 78 ໃນ​ສອງ​ປີ​ຜ່ານ​ມາ​ໄດ້​ຢັບຂຶ້ນ​​ສູ່​ອັນ​ດັບ​ທີ 31 ຢ່າງວ່ອງ​ໄວ. ພວກ​ເຮົາ​ໄດ້​​ໂຍະ​ຍານ​ເງື່ອນ​ໄຂ​ການ​ອະ​ນຸ​​ມັດ​ໃຫ້​​ເຂົ້າ​ເຖິງຕະຫຼາດ​ຈີນ​ຢ່າງຫຼວງຫຼາຍ, ຂະ​ແໜງ​ການ​ການ​ຜະ​ລິດ​ໄດ້​ເປີດ​ປະ​ຕູ​ຢ່າງ​ຮອບ​ດ້ານ, ຂະ​ແໜງ​ການ​ການ​ບໍ​ລິ​ການກໍ່​ພວມ​ເລັ່ງ​ລັດ​ເປີດ​ປະ​ຕູ​ຢູ່, ບັນ​ຊີ​ດ້ານ​ລົບ​ຂອງ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໄດ້ຫຼຸດ​ລົງ​ເຫຼືອ​ພຽງ 40 ​ລາຍ​ການ. ວັນ​ທີ 1 ມັງ​ກອນ​ປີໜ້າ, ຈີນ​ຈະ​ປະ​ຕິ​ບັດ​ “ກົດ​ໝາຍ​ວ່າ​ດ້ວຍ​ການລົງ​ທຶນ​ຂອງ​ຕ່າງ​ປະ​ເທດ”ສະ​ບັບ​ໃໝ່, ເພື່ອ​ເປັນ​ສິ່ງ​ອຳ​ນວຍ​ຕໍ່ສະ​ພາບ​ແວດ​ລ້ອມ​ການ​ລົງ​ທຶນ​ທີ່​ເປັນ​ລະ​ບຽບ​ແລະ​ດີກວ່າ​ເກົ່າໃຫ້​ແກ່​ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0