郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດການ​ສົນ​ທະ​ນາ​ທາງ​ການ​ເມືອງ​ຂັ້ນ​ສູງ​ຈີ​ນ-ຍິ່​ປຸ່ນ​ຢູ່​ທີ່​ປັກ​ກິ່ງ

2019-12-07 15:54:20 cri

   ວັນ​ທີ6ທັນ​ວານີ້,ທ່ານ​ຢາງ​ເຈ​ຊື,ກຳ​ມະ​ການກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ຫົວ​ໜ້າ​ຫ້ອງ​ການ​ຄະ​ນະ​ກຳ​ມະ​ການ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ສູນ​ກາງ​ຈີນ ​ແລ​ະ​ທ່ານ​ຊິ​ເກະ​ຣຸ ຄິ​ຕະ​​ມຸຣະ, ປະ​ທານ​​ອົງ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຍິ່​ປຸ່ນ ເປັນ​ປະ​ທານຮ່ວມ​ຂອງການ​ສົນ​ທະ​ນາ​ທາງ​ການ​ເມືອງ​​ຂັ້ນ​ສູງ​ຄັ້ງ​ທີ7ລະ​ຫວ່າງ​ຈີ​ນ​ກັບຍິ່​ປຸ່ນທີ່​ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຫຼວງ​ປັກ​ກິ່ງ.

   ທ່ານ​ຢາງ​ເຈ​ຊື​ກ່າວ​ວ່າ,ໃນ​ເດືອນ​ມິ​ຖຸ​ນາ​ປີນີ້,ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ແລະ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອະ​ເບະ​​ຊິນ​ໂຈະໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ສ້າງ​ການ​ພົວ​ພັນ​ຈີນ-ຍິ່​ປຸ່ນ​ທີ່​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງຍຸ​ກ​ໃໝ່, ແລະ​ໄດ້​ກຳ​ນົດ​ທິດ​ທາງ​ການ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະຕໍ່​ໜ້າ​ຢ່າງ​ຈະ​ແຈ້ງ. ສອງ​ຝ່າຍ​ຄວນ​ຍືດ​ໝັ້ນ​ໃນ​ການ​ພິ​ຈາ​ລະ​ນາ​ແລະ​ກຳ​ແໜ້ນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ດ້ວຍວິ​ໄສ​ທັດ​ຍຸດ​ທະ​ສາດ,ຍຶດ​ໝັ້ນ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ,​ສະ​ເໝີ​ພາບ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,ແລະ​ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນຂອງ​ກັນ, ​ເລັ່ງ​ລັດຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່ສຳ​ຄັນ​ຂອງ​ຜູ້​ນຳ​ສອງປະ​ເທດ​ໄດ້​ຕົກ​ລົງ​ຮ່ວມ​ກັນ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດໃຫ້​ຂະ​ຫຍາຍຕົວ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ.

   ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ວ່າ, ການ​ພົວ​ພັນ​ຈີນ-ຍິ່​ປຸນ​ໃນ​ປັດ​ຈຸ​ບັນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ການ​ຂະ​ຫຍາຍ​ຕົວດີ​ຂຶ້ນ.ສອງ​ຝ່າຍ​ຈະ​ພ້ອມ​ກັນ​ສຸມ​ຄວາມ​ພ​ະ​ຍາຍາມກຽມພ້ອມ​ໃຫ້​ດີແລະ​ລ​ະ​ອຽດ, ສ້າງ​ບັນ​ຍາ​ກາດ​ທີ່​ປອງດອງ​ກັນ, ຮັບ​ປະ​ກັນວາ​ລະ​ປະ​ຊຸມ​ທາງ​ການ​ທູດ​ແລະ​ການ​ເມືອງ​ທີ່​ສຳ​ຄັນ​ລະ​ຫວ່າງ​ສອງ​ປະ​ເທດໄດ້​ດຳ​ເນີນ​​ໄປ​ຢ່າງ​ສຳ​ເລັດ​ຜົນ.

   ສອງ​ຝ່າຍ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ​ແລະ​ພາກ​ພື້ນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ນຳ​ກັນ.

ຄຳ​ເຫັນ

0