尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພື້ນຖານໂຄງລ່າງເສັ້ນທາງລົດໄຟລາວ-ຈີນສໍາເລັດ 83% ແລ້ວ

2020-01-07 12:00:08 cri

图片默认标题_fororder_1

   ຕາມຂ່າວCRI: ໃຫ້ຮູ້ວ່າວັນທີ 6 ມັງກອນ 2020 ນີ້ ຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ ໄດ້ຈັດກອງປະຊຸມພະນັກງານບໍລິສັດທາງລົດໄຟລາວຈີນ ເພື່ອເຜີຍຄວາມສໍາເລັດວຽກງານທຸກດ້ານຂອງການກໍ່ສ້າງທາງລົດໄຟລາວ-ຈີນ ພ້ອມທັງປຶກສາຫາລື ແລະວາງແຜນສືບຕໍ່ວຽກງານຕ່າງໆຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນປີ 2020 ທີ່ນະຄອນຫຼວງວຽງຈັນ, ເປັນປະທານກອງປະຊຸມໂດຍທ່ານ ຄໍາປ່ຽນ ອິນທະລືຊາ ຮອງຫົວໜ້າຄະນະຄຸ້ມຄອງໂຄງການທາງລົດໄຟລາວ-ຈີນ, ມີທ່ານ ຈູ່ກົວຈ່ຽງ ປະທານສະພາບໍລິຫານ ບໍລິສັດທາງເສັ້ນທາງລົດໄຟລາວ-ຈີນ ພ້ອມດ້ວຍພາກສ່ວນຮັບຜິດຊອບ ແລະກ່ຽວຂ້ອງຂອງໂຄງການທາງລົດໄຟເຂົ້າຮ່ວມຫຼາຍກວ່າ  70 ທ່ານ.

   ທ່ານ ຄໍາປ່ຽນ ອິນທະລືຊາ ເຜີຍວ່າ: ທ້າຍປີ 2019 ທີ່ຜ່ານມາສາມາດສະຫຼຸບວຽກງານຕ່າງໆຂອງໂຄງການທາງລົດໄຟລາວ-ຈີນໄດ້ຄື: ການກໍ່ສ້າງພື້ນຖານໂຄງລ່າງຂອງທາງລົດໄຟລາວ-ຈີນລວມທັງໝົດສໍາເລັດ 83%, ສາມາດໄກ່ເກ່ຍທີ່ດິນ ແລະມອບພື້ນທີ່ໃຫ້ແກ່ການກໍ່ສ້າງໄດ້ທັງໝົດ 99,59% ຂອງແລວທາງທັງໝົດ 409 ກິໂລແມັດ, ສາມາດຊົດເຊີຍສິ່ງກີດຂວາງ ເຊິ່ງໄດ້ນໍ້າໃຊ້ງົບປະມານຂອງລັດຖະບານລາວ ແລະບໍລິສັດທາງລົດໄຟລາວຈີນເປັນຈໍານວນເງິນ 666,81 ຕື້ກີບ.

图片默认标题_fororder_2

   ນອກນັ້ນ, ທ່ານ ຫຼີງປິ່ງສວນ ອໍານວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນໃຫ້ຮູ້ລາຍລະອຽດກ່ຽວກັັບຄວາມສໍາເລັດຂອງພື້ນຖານໂຄງລ່າງຕື່ມວ່າ: ການຊີເຈາະອຸມົງໄດ້ປັດຈຸບັນສໍາເລັດແລ້ວ 86,5% ຈາກທັງໝົດ 75 ອຸມົງ, ການກໍ່ສ້າງຂົວທັງໝົດສໍາເລັດ 59,3% ເຊິ່ງກວມເອົາ 36,185 ແມັດ, ການເຊື່ອມຈອດທາງລົດໄຟຍາວທໍາອິດສໍາເລັດ 500 ແມັດ ນອກຈາກນີ້ຍັງມີຄວາມສໍາເລັດອື່ນໆອີກ. ທ່ານຍັງກ່າວຕື່ມວ່າປີ 2020 ນີ້ ຈະສຸມໃສ່ສືບຕໍ່ກໍ່ສ້າງໂຄງລ່າງພື້ນຖານທາງລົດໄຟເຊັ່ນ: ອຸມົງ, ພື້ນທາງ, ຂົວ ແລະເຮືອນສະຖານນີ ພ້ອມທັງຕິດຕັ້ງລາງລົດໄຟ ແລະລະບົບອື່ນໆອີກ  ນອກນັ້ນຍັງຈະສືບຕໍ່ກວດກາຢັ້ງຢືນຄຸນນະພາບ ແລະຄວາມປອດໄພໃຫ້ໄດ້ 100% ພ້ອມທັງທົດແທນ ແລະປັບປຸງສິ່ງແວດລ້ອມ ເພື່ອບັນລຸເປົ້າໝາຍການກໍ່ສ້າງໂຄງການທາງລົດໄຟ ໃຫ້ກາຍເປັນໂຄງການສັນຍະລັກມິດຕະພາບລາວ-ຈີນ ກໍ່ຄື: “ໜຶ່ງແລວ ໜຶ່ງເສັ້ນທາງ” ຕາມນະໂຍບາຍຂອງທາງລັດຖະບານຈີນ ແລະລັດຖະບານລາວຕົກລົງເຫັນດີກັນໃນໄລຍະຜ່ານມາ.

图片默认标题_fororder_3
   ໃນກອງປະຊຸມດັ່ງກ່າວທາງບໍລິສັດລົດໄຟລາວຈີນຍັງໄດ້ມອບລາງວັນ ແລະໃບຍ້ອງຍ້ອງໃຫ້ກັບພະແນກເຮັດວຽກດີເດັ່ນ ແລະພະນັກງານດີເດັ່ນອີກດ້ວຍ.

ຄຳ​ເຫັນ

0