尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສຳ​ເລັດການ​ຕໍ່ຂົວ​ໃຫຍ່ວາງ​ຊື້​ລົງຂອງ​ທາງ​ລົດ​ໄຟ​ຄຸນ​​ມິງ-ວຽງ​ຈັນລະ​ຫວ່າງ​ຈີນ-ລາວ

2020-01-10 15:43:42 cri

ວັນ​ທີ 9 ມັງ​ກອນ​ນີ້, ໄດ້​ສຳ​ເລັດ​ການ​ຕໍ່​ຂົວ​ໃຫຍ່ວາງ​ຊື້​ລົງຂອງ​ທາງ​ລົດ​ໄຟ​ຄຸນ​ມິງ-ວຽງ​ຈັນ​ລະ​ຫວ່າງ​ຈີນ-ລາວ​ທີ່​​​ບໍ​ລິ​ສັດກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​​​ເລກ 25 ເປັນ​ຜູ້ຮັບ​ເໝົາ​ກໍ່​ສ້າງ​​ຢ່າງ​ສະ​ດວກ,ເຊິ່ງ​ຂົວ​ດັ່ງ​ກ່າວ​ແມ່ນ​ກ່າຍ​ຂ້າມ​ທາງ​ຫຼວງ​ສາ​ກົນ​ຄຸນ​​ມິງ-ບາງກອກ.
 

ຂົວ​ໃຫຍ່ວາງ​ຊື້​ລົງ​ຕັ້ງ​ຢູ່​ເມືອງ​​ຫຼ້າ​ກິ່ງ​ແຂວງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​​ລື້​ສິບ​ສອງ​ພັ່ນ​ນາ​ຂອງ​ແຂວງ​ຢຸນ​ນານ​ຈີນ,ມີ​ຄວາມ​ຍາວ 1172,62 ແມັດ. ນັບ​ແຕ່​​ເລີ່ມ​ກໍ່​ສ້າງ​ໃນ​ເດືອນ​ກຸມ​ພາ​ປີ 2019 ເປັນ​ຕົ້ນ​ມາ, ໜ່ວຍ​ງານ​ຄວບ​ຄຸມ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ພາກ​ໃຕ້​ແຂວງ​ຢຸນ​ນານ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ຄຸນ​​ມິງ​ຈີນ​ໄດ້ປັບ​ປຸງ​ແຜນ​ການ,ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ກັນ​,ປະ​ຕິ​ບັດ​ວຽກ​ງານ​ຢ່າງ​ເປັນລະ​ບຽບ​ຮຽບ​ຮ້ອຍ​ແລະ​ມີ​ຄວາມ​ປອດ​ໄພ​ໃນ​ຂະ​ບວນ​ການ​ຕໍ່​ຂົວ​ໃຫຍ່​ແຫ່ງ​ດັ່ງ​ກ່າວ.
 

ທາງ​ລົດ​ໄຟ​ຄຸນມິງ-ວຽງ​ຈັນລະ​ຫວ່າງ​ຈີນ-ລາວ​ທີ່​ພວມ​ຢູ່​ໃນ​​ໄລ​ຍະ​ກໍ່​ສ້າງ​ແມ່ນ​ທາງ​ລົດ​ໄຟ​ສາ​ກົນ​ສາຍ​ທຳ​ອິດ​ທີ່​ຝ່າຍ​ຈີນ​ເປັນ​ຜູ້​ລົງ​ທຶນ​ກໍ່​ສ້າງ​ຕົ້ນ​ຕໍ,ໃຊ້​ມາດ​ຕະ​ຖານ​ເຕັກ​ນິກ​ຈີນ​ຕະ​ຫຼອດ​ສາຍ,ໃຊ້​ອຸ​ປະ​ກອນ​ຂອງ​ຈີນ​ແລະ​ເຊື່ອມ​ຕໍ່​ກັບ​ຕາ​ໜ່າງ​ທາງ​ລົດ​ໄຟ​ຂອງ​ຈີນ​ໂດຍ​ກົງ​​ຕາມຂໍ້​ລິ​ເລີ່ມ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ພາຍ​ຫຼັງ​ສ້າງ​ສຳ​ເລັດ​ແລ້ວ,ການ​ໄປ​ກັບ​ນະ​ຄອນ​ຄຸນ​ມິງຂອງ​ຈີນ​ແລະ​ນະ​ຄອນ​​ຫຼວງວຽງ​ຈັນ​ຂອງ​ລາວ​ຈະ​ສາ​ມາດ​​​ເດີນ​ທາງໄປ​ຕອນ​ເຊົ້າ​ແລະ​ ​ຮອດ​ປາຍ​ທາງ​ໃນ​ຕອນ​ແລງ.

ຄຳ​ເຫັນ

0