吴佳萱

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເຈົ້າ​ຄອງ​ລັດ​ເຕີ​ກສັສອາ​ເມຣິກາ​ກ່າວ​ວ່າ ຈະບໍ່​ຮັບ​​ເອົາຊາວ​ອົບ​ພະຍົບ​ອີກໃນ​ປີ 2020

2020-01-11 17:33:29 cri

ວັນ​ທີ 10 ມັງກອນ​ນີ້, ທ່ານ​ເກີຣີກ ອະບຸ​ເຕີ ​ເຈົ້າ​ຄອງ​ລັດ​ເຕີ​ກສັສ​ໄດ້ສົ່ງ​ຈົດໝາຍ​ໃຫ້​ກະຊວງ​ການ​ຕ່າງປະ​ເທດອາ​ເມຣິກາ ​​ໂດຍ​ສະ​ແດງ​​ວ່າ: ລັດ​ເຕີ​ກສັສບໍ່​ເຫັນ​ດີ​ຮັບ​ຊາວ​ອົບ​ພະຍົບຕື່ມ​ອີກ​ໃນ​ສົກປີການ​ເງິນ 2020. ສື່​ມວນ​ຊົນ​ອາ​ເມຣິກາ​​ແຈ້ງ​ຂ່າວ​ວ່າ: ການ​ຕັດສິນດັ່ງກ່າວເຮັດ​ໃຫ້​ທ່ານ​ກາຍ​ເປັນ​ເຈົ້າ​ຄອງ​ລັດຜູ້ທຳ​ອິດ​ທີ່​ປະຕິ​ເສດ​ບໍ່​ຮັບຮອງຄຳ​ສັ່ງ​ທີ່​ກ່ຽວຂ້ອງ​ກັບລັດຖະບານ.

ສື່​ມວນ​ຊົນ​ອາ​ເມຣິກາ​ໄດ້​ລາຍ​ງານ​ວ່າ: ​ໃນ​ເດືອນ​ກັນຍາ​ປີ 2019, ທ່ານ​ໂດ​ໂນ ທຣຳ ປະທານາທິບໍດີ​ອາ​ເມຣິກາ​ໄດ້​ເຊັນ​ຄຳ​ສັ່ງ​ທາງບໍລິຫານ​ສະບັບ​ໜຶ່ງ ທີ່​ກຳນົດ​ວ່າ​ຈຳນວນ​ຊາວ​ອົບ​ພະຍົບ​ທີ່​ທົ່ວ​ອາ​ເມ​ລິ​ການຈະ​ຮັບ​ເອົາ​ໃນ​ສົກ​ປີ​ການ​ເງິນ 2020 ​​ແມ່ນ 18000 ຄົນ ​ເຊິ່ງ​ເປັນ​ຈຳນວນ​ໜ້ອຍ​ທີ່​ສຸດ​ນັບ​ແຕ່​ປີ 1980 ​ເປັນ​ຕົ້ນ​ມາ​ແຕ່​ອາ​ເມຣິກາ​ປະຕິບັດ​ລະບຽບ​ຊາວ​ອົບ​ພະຍົບ​ສະໄໝ​ໃໝ່. ການ​ຕົກລົງຂອງ​​ເຈົ້າ​ຄອງ​ລັດ​ເຕີ​ກສັສ​ຈະ​ເປັນ​ການ​ກະທົບ​ຢ່າງ​ແຮງ​ຕໍ່ແຜນການ​ຊາວ​ອົບ​ພະຍົບອາ​ເມຣິກາ ​ເພາະວ່າ​ລັດ​ເຕີ​ກສັສ​ເປັນ​ລັດ​ທີ່​ຮັບ​ເອົາ​ຊາວ​ອົບ​ພະຍົບຫຼາຍ​ທີ່​ສຸດ​ຂອງ​ອາ​ເມຣິກາ​ຕະຫຼອດ​ມາ.

ຄຳ​ເຫັນ

0