ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 12 ມັງກອນນີ້, ສະຖານກົງສຸນໃຫຍ່ຈີນປະຈຳລາກົສແຈ້ງຂ່າວວ່າ, ລູກເຮືອຈີນ 4 ຄົນທີ່ຖືກໂຈນສະຫຼັດຈີ້ຕົວຢູ່ທະເລໃກ້ນະຄອນຫຼວງລີເບຼວິນປະເທດກາບົງໃນວັນທີ 22 ທັນວາປີ 2019 ໄດ້ຮັບການຊ່ວຍເຫຼືອແລ້ວຢູ່ນີເຊຣີໃນເມື່ອບໍ່ດົນມານີ້.
ເວັບໄຊຂອງສະຖານກົງສຸນໃຫຍ່ດັ່ງກ່າວແຈ້ງຂ່າວວ່າ, ພາຍຫຼັງລູກເຮືອຈີນ 4 ຄົນຖືກຈີ້ຕົວແລ້ວ, ສະຖາກົງສຸນຈີນປະຈຳລາກົສໄດ້ປະສານສົມທົບກັບສະຖານທູດຂອງປະເທດທີ່ກ່ຽວຂ້ອງແລະວິສາຫະກິດຈີນແລະອົງການຊາວຈີນຕ່າງດ້າວທ້ອງຖິ່ນ, ສຸມກຳລັງຢ່າງສຸດຂີດເພື່ອດຳເນີນການຊ່ວຍເຫຼືອ, ໃນທີ່ສຸດຕົວປະກັນຖືກປ່ອຍຕົວຢ່າງປອດໄພ.
ຂ່າວແຈ້ງວ່າ, ລູກເຮືອຈີນ 4 ຄົນໄດ້ຮັບການຊ່ວຍເຫຼືອໃນຕອນບ່າຍວັນທີ 9 ມັງກອນນີ້, ແລະໄດ້ເດີນທາງກັບຄືນປະເທດຈີນໃນວັນທີ 12 ມັງກອນນີ້.
ຄຳເຫັນ
0