刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ: ເພີ່ມ​ທະ​ວີ​ການ​ຈຳ​ກັດ​ແລະ​ຕິດ​ຕາມກວດ​ກາ​ການ​ໃຊ້​ອຳ​ນາດ

2020-01-14 16:56:06 CRI

 

ວັນ​ທີ 13 ມັງ​ກອນ​ນີ້, ກອງ​ປະ​ຊຸມ​ຄົບ​ຄະ​ນະຄັ້ງ​ທີ​ 4 ຂອງ​ຄະ​ນະ​ກຳ​ມະ​ການກວດ​ກາ​ວິ​ໄນ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝ​ທີ 19 ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ວ່າ: ຕ້ອງ​ຊຸກ​ຍູ້​ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ແລະ​ຮອບ​ດ້ານ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ຍຶດ​ໝັ້ນ ແລະ ບູ​ລະ​ນະ​ລະ​ບົບ​ການ​ຕິດ​ຕາມກວດ​ກາ​ພັກ​ແລະ​ລັດ​ໃຫ້​ດີ​ຂຶ້ນ​, ເພີ່ມ​ທະ​ວີ​ການ​ຈຳ​ກັດ​ແລະ​ຕິດ​ຕາມກວດ​ກາ​ການ​ໃຊ້​ອຳ​ນາດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ: ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ​ຄັ້ງ​ທີ 18 ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ຊອກ​ເຫັນ​​ເສັ້ນ​ທາງໃນ​ການແກ້​ໄຂ​ບັນ​ຫາ​ຂອງ​ຕົນ​ຢ່າງ​ສຳ​ເລັດ​ຜົນ ແລະ ​ສາ​ມາດຫຼຸດພົ້ນ​ອອກ​ຈາກ​​ວັດ​ທະ​ຈັກ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ແລ້ວ​ກຳ​ອຳ​ນາດ​ເປັນ​ເວ​ລາຍາວ​ນານ​, ສ້າງ​ລະ​ບຽບ​ການ​ຕິດ​ຕາມກວດ​ກາ​ອຳ​ນາດ ແລະ ລະ​ບົບ​ການ​ປະ​ຕິ​ບັດ​ລະ​ບຽບ​ວິ​ໄນ​ແລະ​ກົດ​ໝາຍ​ທີ່​ມີ​ປະ​ສິດ​ທິ​ຜົນ. ເສັ້ນ​ທາງ​ສາຍ​ນີ້​ແລະ​ລະ​ບຽບ​ການ​ຕິດ​ຕາມກວດ​ກາ​ດັ່ງ​ກ່າວຕ້ອງ​ຍຶດ​ໝັ້ນ​ແລະ​ປັບ​ປຸງ​ໃຫ້​ດີ​ຂຶ້ນ​ເລື້ອຍໆ.

ຄຳ​ເຫັນ

0