ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນຄຳວັນທີ 17 ມັງກອນນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ມຽນມາຄົບຮອບ 70 ປີ ກໍຄືພິທີເປີດປີວັດທະນະທຳແລະທ່ອງທ່ຽວຈີນ-ມຽນມາ ຢູ່ສູນປະຊຸມສາກົນທີສອງທີ່ນະຄອນຫຼວງເນປີດໍປະເທດມຽນມາ ເຊັ່ນ ທ່ານວິນມິນ ປະທານາທິບໍດີມຽນມາ ແລະ ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງລັດມຽນມາເຂົ້າຮ່ວມ.
ທ່ານວິນມິນ ແລະ ທ່ານນາງອອງຊານຊູຈີຕ່າງໄດ້ກ່າວໄສ. ທ່ານວິນມິນກ່າວວ່າ, ທ່ານປະທານສີຈິ້ນຜິງມາຢ້ຽມຢາມມຽນມາທາງລັດຖະກິດໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ມຽນມາຄົບຮອບ 70 ປີ ແລະ ຮ່ວມກັບຜູ້ນຳມຽນມາສະເຫຼີມສະຫຼອງວັນນີ້ຢ່າງຄຶກຄືນ, ນີ້ບໍ່ພຽງແຕ່ສະແດງໃຫ້ເຫັນເຖິງມິດຕະພາບທີ່ເລິກເຊິ່ງໜາແໜ້ນລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດເທົ່ານັ້ນ, ກໍຍ່ອມຈະເຮັດໃຫ້ປີ 2020 ກາຍເປັນຂີດໝາຍອັນໃໝ່ແລະສຳຄັນໃນປະຫວັດສາດການພົວພັນທາງການທູນລະຫວ່າງມຽນມາ-ຈີນ. ມຽນມາຈະສືບຕໍ່ພະຍາຍາມລົງເລິກການຮ່ວມມືຢ່າງມີໄມຕີຈິດມິດຕະພາບລະຫວ່າງມຽນມາ-ຈີນໃນຂົງເຂດຕ່າງໆ. ຂໍໃຫ້ມິດຕະພາບມຽນມາ-ຈີນຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ!
ທ່ານນາງອອງຊານຊູຈີກ່າວວ່າ: ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃນການນຳພາຂອງທ່ານປະທານສີຈິ້ນຜິງ, ຈີນຈະສາມາດບັນລຸເປົ້າໝາຍສູ້ຊົນ “ 2 ເຫດການສຳຄັນ 100 ປີ” ຢ່າງແນ່ນອນ, ຈະສາມາດຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊາດຈີນຢ່າງແນ່ນອນ. ພວກຂ້າພະເຈົ້າຍັງເຊື່ອວ່າ, ການພັດທະນາຂອງຈີນຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ມຽນມາກໍຄືໃຫ້ແກ່ໂລກ. ພວກຂ້າພະເຈົ້າຄອງຄອຍຮ່ວມກັບຈີນແລະປະເທດຕ່າງໆໃນທົ່ວໂລກ ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ ເພື່ອປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບແລະການພັດທະນາຂອງໂລກ.
ທ່ານສີຈິ້ນຜິງໄດ້ກ່າວໃນຄຳປາໄສວ່າ: ດີໃຈຫຼາຍທີ່ໄດ້ຮ່ວມກັບບັນດາທ່ານເຂົ້າຮ່ວມພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ມຽນມາຄົບຮອບ 70 ປີ ແລະເປັນສັກຂີພິຍານໃຫ້ແກ່ພິທີເປີດປີວັດທະນະທຳແລະທ່ອງທ່ຽວຈີນ-ມຽນມາ. ວັດທະນະທຳຈີນແລະມຽນມາລ້ວນແຕ່ເນັ້ນຄຳທີ່ວ່າ: “ບຸນວາດສະໜາ”. ສອງປະເທດເປັນປະເທດບ້ານໃກ້ເຮືອນຄຽງ, ປະຊາຊົນສະໜິດສະໜົມກັນ, ວັດທະນະທຳຄ້າຍຄືກັນ, ຄວາມຮັກແພງຖານອ້າຍນ້ອງໄດ້ສືບທອດກັນມາເປັນເວລາພັນປີ ເຊິ່ງເປັນພະລັງຊຸກດັນ ແລະ ຕົ້ນກຳເນີດໃນການຂະຫຍາຍການພົວພັນລະຫວ່າງສອງປະເທດ. ສອງຝ່າຍຄວນຜ່ານຈາກພິທີສະເຫຼີມສະຫຼອງດັ່ງກ່າວ ແລະ ກິດຈະກຳປີວັດທະນະທຳແລະທ່ອງທ່ຽວ, ເພີ່ມທະວີການຮຽນຮູ້ອະລິຍະທຳເຊິ່ງກັນແລະກັນ, ຮັດແໜ້ນການແລກປ່ຽນດ້ານວັດທະນະທຳ, ສ້າງຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນສອງຊາດ, ອົບຮົມບົ່ມສ້າງຜູ້ເຂົ້າຮ່ວມ, ຜູ້ໄດ້ຮັບຜົນປະໂຫຍດ ແລະ ຜູ້ສະໜັບສະໜູນພາລະກິດມິດຕະພາບຈີນ-ມຽນມາໃຫ້ນັບມື້ນັບຫຼາຍຂຶ້ນ ເພື່ອສ້າງພື້ນຖານທາງສັງຄົມອັນໝັ້ນແກ່ນໃຫ້ແກ່ມິດຕະພາບລະຫວ່າງສອງປະເທດ.
ທ່ານສີຈິ້ນຜິງກ່າວເນັ້ນວ່າ: ການຊຸກຍູ້ການຂະຫຍາຍຕົວຂອງສາຍພົວພັນລະຫວ່າງຈີນແລະມຽນມາໃນຍຸກໃໝ່, ຕ້ອງສືບຕໍ່ປະຕິບັດອັນເກົ່າແລະບຸກເບີກອັນໃໝ່, ທັງຮັກສາມູນເຊື້ອອັນດີງາມໃນປະຫວັດສາດ ທັງມີການປະດິດສ້າງໃໝ່. ຂ້າພະເຈົ້າກັບທ່ານປະທານາທິບໍດີວິນມິນເຫັນດີເປັນເອກະພາບກັນວ່າ ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາ. ສອງຝ່າຍຈະປະຕິບັດຕາມການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມຽນມາ, ຖືສຳຄັນຜົນປະໂຫຍດພື້ນຖານຂອງປະຊາຊົນສອງຊາດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ເປີດກວ້າງການຮ່ວມມືຢ່າງຕິດແທດຕົວຈິງ ເພື່ອເຮັດໃຫ້ປະຊາຊົນສອງຊອດເປັນເພື່ອນບ້ານທີ່ດີ, ເພື່ອນມິດທີ່ດີ, ອ້າຍນ້ອງທີ່ດີ ແລະ ຄູ່ຮ່ວມທີ່ດີ.
ຫຼັງຈາກກ່າວປາໄສແລ້ວ, ທ່ານສີຈິ້ນຜິງແລະທ່ານວິນມິນໄດ້ກົດປຸ່ມຮ່ວມກັນ ເພື່ອເປັນການເປີດປີວັດທະນະທຳແລະທ່ອງທ່ຽວຈີນ-ມຽນມາຢ່າງເປັນທາງການ.
ຄຳເຫັນ
0