覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ອອກຄຳ​ສັ່ງ​ຊີ້​ນຳ​ກ່ຽວ​ກັບ​ການ​ປ້ອງ​ກັນ​​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່NCOV

2020-01-22 11:02:24 cri

 ໃນ​ໄລ​ຍະ​ມໍ່ໆ​ນີ້, ຫຼາຍ​ເຂດ​ຂອງ​ຈີນ​ເຊັ່ນ ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍ ໄດ້​ເກີດ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່ຫຼື NCOV.
 

ພາຍຫຼັງ​ເກີດ​ພະ​ຍາດ​ດັ່ງ​ກ່າວ​ແລ້ວ, ສູນ​ກາງ​ພັກ​ແລະ​ລັດ​ຖະ​ບານ​ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ອອກ​ຄຳ​ສັ່ງ​ຊີ້​ນຳ​ອັນ​ສຳ​ຄັນ​ວ່າ, ນະ​ຄອນ​ອູ​ຮັ້ນ​ແຂວງ​ຫູ​ເປີຍ ແລະ​ແຫ່ງ​ອື່ນໆ​ໄດ້​ເກີດ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃໝ່​ຕາ​ມໆ​ກັນ​ໃນ​ໄລ​ຍະ​ມໍ່ໆ​ນີ້, ຕ້ອງ​​ມີ​ສະ​ຕິ​ລະ​ວັງ​ຕົວ​ແລະໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ, ອອກ​ແຮງ​ຈົນ​ສຸດ​ຄວາມ​ສາ​ມາດ​ປະ​ຕິ​ບັດ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ປັດ​ຈຸ​ບັນ​ກຳ​ລັງ​ຢູ່​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍ​ເດີນ​ທາງ​ພາຍ​ໃນ​ຂອບ​ເຂດກວ້າງ​ຂວາງ ຈິ່ງ​ມີ​ຄວາມ​ສຳ​ຄັນ​ແລະ​ເລັ່ງ​ດ່ວນ​ທີ່​ສຸດ​ໃນ​ການ​ເຮັດ​ວຽກ​ປ້ອງ​ກັນ​ແລະ​ຄວບ​ຄຸ​ມ​ພະ​ຍາດ​ໃຫ້​ດີ. ຄະ​ນະ​ພັກ​ແລະ​ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ກໍ​ຄື​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ້ອງ​ຖື​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ໄວ້​ຢູ່​ໃນ​ຖາ​ນະ​​ສຳ​ຄັນອັນ​ດັບ​ໜຶ່ງ, ຕ້ອງວາງ​ແຜນ​ຢ່າງ​ຖີ່​ຖ້ວນ​ລະ​ອຽດ,ຈັດ​ຕັ້ງ​ກຳ​ລັງ​ຝ່າຍ​ຕ່າງໆ​ດຳ​ເນີນ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​​ພະ​ຍາດ​ດັ່ງ​ກ່າວ, ໃຊ້​ມາດ​ຕະ​ການ​ຕົວ​ຈິງ​ທີ່​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ສະ​ກັດ​ກັ້ນ​ທ່ວງ​ທ່າ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຢ່າງ​ເດັດ​ຂາດ. ຕ້ອງ​ອອກ​ແຮງ​ປິ່ນ​ປົວ​ຜູ້​ຕິດ​ພະ​ຍາດ​ຢ່າງ​ສຸດ​ຄວາມ​ສາ​ມາດ,ສື​ບ​ຫາ​ສາ​ເຫດຕົວ​ຈິງ​ທີ່​ພາ​ໃຫ້​ຕິດ​ພະ​ຍາດ​ແລະ​​ ພະ​ຍ​າດແຜ່​ລະ​ບາດ​​ນັ້ນ​ໂດຍ​ໄວ, ເພີ່ມ​ທະ​ວີ​ການ​ເຝົ້າ​ຕິດ​ຕາມ​ຜູ້​ຕິດ​ພະ​ຍາດ, ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ປິ່ນ​ປົວ​ໃຫ້​ເປັນ​ລະ​ບຽບ​ແບບ​ແຜນ. ຕ້ອງ​ແຈ້ງ​ໃຫ້​ປະ​ຊາ​ຊົນ​ຮູ້​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ທັນ​ການ, ລົງ​ເລິ​ກ​ການ​ຮ່ວມ​ມື​ກັບ​ສາ​ກົນ​ໃນ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ. ຕ້ອງ​ເພີ່ມ​ທະ​ວີ​ການ​​ນຳ​ພາ​ຫາງ​ສຽງ​ດ້ວຍ​ການ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນ​າ​ແລະ​ອະ​ທິ​ບາຍ​ມາດ​ຕະ​ການ​ແລະ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ, ປົກ​ປ້ອງ​ສະ​ຖຽນ​ລະ​ພາບ​ທາງ​ສັງ​ຄົມ​ຢ່າງ​ເດັດ​ດ່ຽວ, ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ສະຫຼອງ​ບຸນ​ກຸດ​ຈີນ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ​ແລະ​​ເປັນ​ງານ​ສີ​ລິ​ມຸງ​ຄຸນ.

ຄຳ​ເຫັນ

0