何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ ຄວາມ​ປອດ​ໄພ​ດ້າ​ນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ

2020-02-06 15:03:28 CRI

ວັນ​ທີ 5 ກຸມ​ພາ​ນີ້ຢູ່​ທີ່​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ກ່າວ​ເນັ້ນ​ວ່າ:  ພາຍ​ໃຕ້​ການ​ນຳ​ພາ​ໂຮມ​ສຸນ​ຢ່າງ​ເປັນ​ເອ​ກະ​ພາບ​ຂອງ​ສູນ​ກາງ​ພັກ, ຕ້ອງ​ຖື​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ​ເປັນ​ສິ່ງ​ສຳ​ຄັນ​ອັນ​ດັບ​ໜຶ່ງ​ຢູ່​ສະ​ເໝີ, ອອກ​ແຮງ​ຈາກ​ນິ​ຕິກຳ, ການ​ບັງ​ຄັບ​ໃຊ້​ກົດ​ໝາຍ,​ຕຸ​ລາ​ການ, ການ​ເຄົາ​ລົບ​ກົດ​ໝາຍ ແລະ ອື່ນໆ ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ປ້ອງ​ກັນ​ແລະ​ຄວມ​ຄຸມ​ພະ​ຍາດ​ຕາມ​ກົດ​ໝາຍ ແລະ​ການ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ, ເຮັດ​ໃຫ້​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ມີ​ການ​ຮັບ​ປະ​ກັນ​ດ້ານ​ກົດ​ໝາຍ​ທີ່​ເຂັ້ມ​ແຂງ.

 

ມື້​ດຽວກັນ, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ເປັນ​ປະ​ທານ​ໃນ​ກອງ​ປະ​ຊຸມຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ປົກ​ຄ​ອງ​ປະ​ເທດ​ຕາມ​ກົດ​ໝາຍ​ຮອບ​ດ້ານ​ຂອງ​ສູນ​ກາງ. ທ່ານ​ກ່າວ​ເນັ້ນ​ວ່າ: ໃນ​ໄລ​ຍະ​ປ້ອງ​ກັນ​ແລະ​ຄວບ​ຄຸບ​ພະ​ຍາດ​ທີ່​ສຳ​ຄັນ, ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ຕາມ​ກົດ​ໝາຍ, ຕາມຫຼັກ​ວິ​ທະ​ຍາ​ສາດ​ແລະ​ເປັນລະ​ບຽບ​ຮຽບ​ຮ້ອຍ ມີ​ຄວາມ​ສຳ​ຄັນຫຼາຍ, ຕ້ອງ​ຈັດ​ວາງ​ແລະ​ຊຸກ​ຍູ້​ວຽກ​ງານ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທຸກ​ປະ​ການໃຫ້​ເປັນ​ເອ​ກະ​ພາບ​ກັນ​ຕາມ​ກົດ​ໝາຍ.

 

​ທ່ານ​ສີ​ຈິ້ນ​ຜິງ​ຮຽກ​ຮ້ອງ​ໃຫ້​ບູ​ລະ​ນະ​ນິ​ຕິ​ກຳ​ກ່ຽວ​ກັບການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ທີ່​ກ່ຽວ​ຂ້ອງ, ຕ້ອງ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ກົດ​ລະ​ບຽບ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ແລະ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ​ຢ່າງ​ເຂັ້​ມງວດ, ເພີ່ມ​ຄວາມ​ເຂັ້ມ​ງວດ​ດ້ານ​ຕຸ​ລາ​ການ ​ເພື່ອ​ຕໍ່​ຕ້ານ​ການ​ກະ​ທຳທີ່​ມີ​ຜົນ​ຮ້າຍ​ຕໍ່​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ, ເພີ່ມ​ຄວາມ​ເຂັ້ມ​ງວດ ເພື່ອ​ຕໍ່​ຕ້ານ​ການ​ກະ​ທຳ​ທີ່​​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ເປັນ​ການທຳ​ຮ້າຍ​ພະນັກ​ງານ​ການ​ແພດ​ຕາມ​ກົດ​ໝາຍ, ຕ້ອງປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ພະ​ຍາດ​ຕາມ​ກົດ​ໝາຍ ແລະ​ແຈ້ງ​ຂໍ້​ມູນຂ່າວ​ສານ​ກ່ຽວ​ກັບ​ພະ​ຍາດ​​ໃຫ້​ຖືກ​ຕ້ອງ ແລະ ທັນ​ເວ​ລາ.

 

ທ່ານ​ສີ​ຈິ້​ນ​ຜິງ​ຍັງ​ກ່າວ​ເນັ້ນ​ວ່າ: ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ຊຸກ​ຍູ້​ການ​ສ້າງ​ອົງ​ການ​ປົກ​ຄອງ​ທີ່​ປົກ​ຄອງ​ຕາມ​ກົດ​ໝາຍ​ໃນ​ຂະ​ບວນ​ການ​ຮັບ​ມື​ກັບ​ເຫດ​ການ​ສຳ​ຄັນ​ແລະ​ສຸກ​ເສີນ, ຍົກ​ສູງ​ຄວາມ​ສາ​ມາດ​ກຳ​ອຳ​ນາດ​ຕາມ​ກົດ​ໝາຍ ແລະ​ການ​ບໍ​ລິ​ຫານ​ຕາມ​ກົດ​ໝາຍ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ດ້ານ​ຊີ​ວິດ​ແລະ​ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ​ຢ່າງ​ແທ້​ຈິງ.

ຄຳ​ເຫັນ

0