何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ສົນ​ທະ​ນາ​ກັບ​ທ່ານ​ທ​ຣຳ​ທາງ​ໂທ​ລະ​ສັບ

2020-02-07 15:27:37 CRI

ຕອນ​ເຊົ້າ​ວັນ​ທີ 7 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົນ​ທະ​ນາ​ກັບ​ທ່ານໂດ​ໂນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ທາງ​ໂທ​ລະ​ສັບ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ນັບ​ແຕ່​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ເປັນ​ຕົ້ນ​ມາ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ພວກ​ເຮົາ​ໄດ້​ລະ​ດົມ​ຂົນ​ຂວາຍທົ່ວ​ປະ​ເທດ ວາງ​ແຜນ​ຢ່າງ​ຮອບ​ດ້ານ ແລະ ຮັບ​ມື​ຢ່າງວ່ອງ​ໄວ, ໃຊ້​ມາດ​ຕະ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ທີ່​ຮອບ​ດ້ານ ແລະ ເຂັ້ມ​ງວດ​ທີ່​ສຸດ. ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ພວມ​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ເທື່ອ​ລະ​ກ້າວ, ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ ແລະ ຄວາມ​ສາ​ມາດ​ຢ່າງ​ເຕັມ​ປ່ຽມ​ທີ່​ຈະ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໄດ້. ທ່ວງ​ທ່າ​ທີ່​ເສດ​ຖະ​ກິດ​ຈີນ​ຈະຂະ​ຫຍ​າຍ​ຕົວ​ໄປໃນ​ທິດ​ທາງ​ທີ່​ດີ​ໃນ​ໄລ​ຍະ​ຍາວ​ນັ້ນ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຈີນ​ບໍ່​ພຽງ​ແຕ່​ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີິ​ວິດ ແລະ ສຸ​ຂະ​ພາບທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ​ຈີນ​ເທົ່າ​ນັ້ນ, ຍັງ​ໄດ້ປົກ​ປ້ອງ​ຄວາມ​ປອດ​ໄພ​ດ້ານ​ຊີິ​ວິດ ແລະ ສຸ​ຂະ​ພາບ​ທີ່​ແຂງ​ແຮງ​ຂອງ​ປະ​ຊາ​ຊົນ​ທົ່ວ​ໂລກ​ອີກ​ດ້ວຍ. ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ໃນທ່າ​ທີ​ທີ່​ເປີດ​ເຜີຍ ປອດ​ໂປ່ງ ແລະ ຮັບ​ຜິດ​ຊອບ, ແຈ້ງ​ສະ​ພາບ​ການ​ຕໍ່​ອົງ​ການ​ອະ​ນາ​ໄມ​ໂລກ, ປະ​ເທດ​ ແລະ​ເຂດ​ແຄວ້ນ​ທີ່​ກ່ຽວ​ຂ້ອງ​ ເຊິ່ງ​ລວມ​ທັງ​ອາ​ເມ​ຣິ​ກາ​ຢ່າງ​ທັນ​ການ, ທັງ​ເຊື້ອ​ເຊີນ​ຜູ້​ຊ່ຽວ​ຊານ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ອົງ​ການ​ອື່ນໆ​ໄປ​ສຳຫຼວດ​​ເບິ່ງຢູ່​ນະ​ຄອນ​ອູ​ຮັ້ນ. ຈີນ​ເປັນ​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ພວກ​ເຮົາ​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ມີ​ປະ​ສິດ​ທິ​ຜົນ​ຢ່າງ​ເຂັ້ມ​ແຂງ ແລະ ທັນ​ການ, ໄດ້​ຮັບ​ການຍອມ​ຮັບ ແລະ ການ​ຕີ​ລາ​ຄາ​ສູງ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ ແລະ ຫຼາຍ​ປະ​ເທດ.

 

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ຈີນ ແລະ ອາ​ເມ​ຣິ​ກາ​ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ກ່ຽວ​ກັ​ບ​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ. ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າມ​າຫຼາຍ​ເທື່ອ​ຕໍ່​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ຂອງ​ຈີນ, ຂອບ​ໃຈ​ຕໍ່​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ອາ​ເມ​ຣິ​ກາ​ທີ່​ຊ່ວຍ​ເຫຼືອ​ອຸ​ປະ​ກອນ​ຕ່າງໆ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຕິດ​ແປດ​ຕ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຮ່ວມ​ມື​ແກ້​ໄຂ. ປ​ະ​ຈຸ​ບັນ, ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢູ່​ໃນ​ໄລ​ຍະ​ເວ​ລາ​ຫົວ​ລ້ຽວ​ຫົວ​ຕໍ່, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ຮຽກ​ຮ້ອງຫຼາຍ​ເທື່ອ​ໃນດ້ານ​ວິ​ຊາ​ການ​ວ່າ, ບັນ​ດາ​ປະ​ເທດ​ບໍ່​​ຄວນ​ມີ​ປະ​ຕິ​ກິ​ລິ​ຍາ​ເກີນ​ເຫດ. ຫວັງ​ວ່າ​ອາ​ເມ​ຣິ​ກາ​​ຈະປະ​ເມີນ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຢ່າງ​ມີ​ສະ​ຕິສຸ​ຂຸມ​ຮອບ​ຄອບ, ສ້າງ ແລະ ປັບ​ປຸງ​ມາດ​ຕະ​ການ​ຮັບ​ມື​ຢ່າງ​ສົມ​ເຫດ​ສົມ​ຜົນ. ຈີນ ແລະ ອາ​ເມ​ຣິ​ກາ​ສາ​ມາດ​ຮັກ​ສາ​ການ​ແລກ​ປ່ຽນ, ເພີ່ມ​ທະ​ວີ​ການ​ປະ​ສານ​ງານ, ຮ່ວມ​ກັນ​ປ້ອງ​ກັນ​ ແລະ ຄວບ​ຄຸມ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄດ້.

 

ທ່ານໂດ​ໂນ ທ​ຣຳ​ກ່າວ​ວ່າ, ອາ​ເມ​ຣິ​ກາ​ຈະ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສະ​ໜັບ​ສະ​ໜູນ​ຈີນ​ໃນ​ການ​ຕ້ານ​ກັບ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່. ຈີນ​ໄດ້​ສ້າງ​ໂຮງ​ໝໍ​ສະ​ເພາະ​ໃນ​ເວ​ລາ​ສັ້ນ​ທີ່​ສຸດ, ເຊິ່ງ​ເຮັດ​ໃຫ້​ຄົນ​ສະ​ແດງ​ຄວາມ​ປະ​ທັບ​ໃຈຫຼາຍ​ຕໍ່​ເລື່ອງ​ນີ້, ນີ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ດ້ານ​ການ​ຈັດ​ຕັ້ງ​ ແລະ ການ​ຮັບ​ມື​​ທີ່​ດີຢ່າງ​ເຕັມ​ສ່ວນ. ເຊື່ອ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ, ປະ​ຊາ​ຊົນ​ຈີນ​ຈະ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ຢ່າງ​ບໍ່​ຕ້ອງ​ສົງ​ໄສ. ອາ​ເມ​ຣິ​ກາ​ມີ​ຄວາມ​ເຊື່ອໝັ້ນ​ຕໍ່​ການ​ພັດ​ທະ​ນາດ້ານເສດ​ຖະ​ກິດ​ຂອງ​ຈີນ. ອາ​ເມ​ຣິ​ກາ​ຈະ​​ມີ​ທ່າ​ທີ​ສຸ​ຂຸມ​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລ​ະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້, ຍິນ​ດີ​ຜ່ານ​ຊ່ອງ​ທາງ​ສອງ​ຝ່າຍ ກໍ​ຄື ອົງ​ການ​ອະ​ນາ​ໄມ​ໂລກ​ເພື່ອ​ຮັກ​ສາ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ຈີນ.

 

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ຕື່ມ​ວ່າ, ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ຈີນ ແລະ ອາ​ເມ​ຣິ​ກາ​ໄດ້​ເຊັນ​ສັນ​ຍາ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໄລ​ຍະ​ທີ 1, ຈີນ ແລະ ອາ​ເມ​ຣິ​ກາ​ບັນ​ລຸ​ການ​ເຊັນ​ສັນ​ຍາ​ແບບ​ນີ້​ມີ​ຜົນ​ດີ​ຕໍ່​ຈີນ, ທັງ​ມີ​ຜົນ​ດີ​ຕໍ່​ອາ​ເມ​ຣິ​ກາ​ເຊັ່ນ​ກັນ, ແລະ​ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ອີກ​ດ້ວຍ. ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ວ່າ, ເຖິງວ່າ ຈີນ ແລະ ອາ​ເມ​ຣິ​ກາ​ມີ​ຄວາມ​ເຫັນ​ຂັດ​ແຍ້ງ​ກັນ​ຈຳ​ນວນ​ໜຶ່ງ​ກໍ​ຕາມ, ​ຂໍ​ພຽ​ງ​ແຕ່​ສອງ​ຝ່າຍ​ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່​ສະ​ເໝີ​ພາບ​ກັນ ແລະ ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ກໍ​ສາ​ມາດ​ຊອກ​​ເຫັນ​ວິ​ທີ​ແກ້​ໄຂ​ທີ່​ສອງ​ຝ່າຍຍອມ​ຮັບ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ກັນ. ຫວັງ​ວ່າ​ອາ​ເມ​ຣິ​ກາ ​ຈະ​ສຸມ​ຄວາມ​ພະ​ຍາ​ຍາມ​ເດີນ​ໄປ​​ໃນທິດ​ທາງ​ດຽວ​ກັນ, ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ທີ່​ປະ​ມຸກ​ລັດ​ສອງ​ປະ​ເທດ​ຕົກ​ລົງ​ກັນ​ກັບ​ຈີນ, ຍຶດ​ໝັ້ນ​ທິດ​ທາງ​ລວມ​ທີ່​ປະ​ສານງານ​ກັນ, ຮ່ວມ​ມື​ກັນ, ແລະ ​ມີຄວາມ​ໝັ້ນ​ທ່ຽງ, ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ-ອາ​ເມ​ຣິ​ກາ​ຂະ​ຫຍາຍ​ໄປ​​ໃນທິດ​ທາ​ງ​ທີ່​ຖືກ​ຕ້ອງ​ໃນ​ປີ​ໃໝ່ນີ້.

ຄຳ​ເຫັນ

0