何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຫດ​ການກວາດ​ຍິງ​ສັງ​ຫານ​ຢູ່​ນະ​ຄອນ​ລາ​ຊະ​​ສີ​ມາ​ປະ​ເທດ​ໄທ​ເຮັດ​ໃຫ້ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດ ແລະ ບາດ​ເຈັບ

2020-02-09 14:37:53 CRI

ຕອນ​ເຊົ້າ​ວັນ​ທີ 9 ກຸມ​ພາ​ນີ້, ກອງ​ປ້ອງ​ກັນ​ຄວາມ​ສະ​ຫງົບຂອງ​ໄທ​ໄດ້​ຍິງ​ສັງ​ຫານ​ມື​ປືນ​ທີ່​ກໍ​ເຫດ​ການທີ່ກວາດ​ຍິງຢູ່​ສູນ​ການ​ຄ້າ​ນະ​ຄອນ​ລາ​ຊະ​ສິ​ມາ​ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ.

 

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄທ​ແຈ້ງ​ຂ່າວ​ວ່າ, ວັນ​ທີ 8 ກຸມ​ພາ​ນີ້​ຢູ່​ນະ​ຄອນ​ລາ​ຊະ​ສິ​ມາ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ໄທ​ໄດ້​ເກີດ​ເຫດ​ການກວາດ​ຍິງ. ວັນ​ທີ 8 ກຸມ​ພາ​ນີ້, ທະ​ຫານ​ໄທ​ຜູ້​ໜຶ່ງໄດ້​ລັກ​ເອົາ​ອາ​ວຸດ​ຈາກ​ຖານ​ທັບ​ນະ​ຄອນ​ລາ​ຊະ​ສີ​ມາ, ​ແລ້ວ​ຍິງ​ສັງ​ຫານ​ຜູ້​ບັນ​ຊາ​ການ​ຂອງ​ຕົນ ແລະ ​ຍິງ​ໃສ່ອີກ 2 ຄົນ, ຫຼັງ​ຈາກ​ນັ້ນ​ໄດ້ຂັບ​ລົດ​ໜີ​ໄປ​ສູ່​ບໍ​ລິ​ເວນ​ສູນ​ການ​ຄ້​າ​ໃຫຍ່​ແຫ່ງ​ໜຶ່ງ, ແລະ ໄດ້ກວາດ​ຍິງ​ໃສ່ກຸ່ມ​ຄົນ. ມາ​ຮອດ​ປະ​ຈຸ​ບັນ, ເຫດ​ການ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້ 27 ຄົນ​ເສຍ​ຊີ​ວິດ, 57 ຄົນ​ບາດ​ເຈັບ.

ຄຳ​ເຫັນ

0