吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການກວາດ​ຍິງ​ຢູ່​ແຂວງ​ໂຄ​ຣາດປະ​ເທດ​ໄທ​ໄດ້​ເພີ່ມ​ຂຶ້ນ​ເປັນ 30 ຄົນ

2020-02-10 12:13:45 CRI

    ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ວິ​ຊຽນ ຈັນ​ທ​ຣະ​ໂນ​ໄທ ເຈົ້າ​ແຂວງ​ໂຄ​ຣາດ​​ປະ​ເທດໄທ​ກ່າວ​ວ່າ, ເຫດ​ການກວາດ​ຍິງ​ທີ່​ເກີດ​ຂຶ້ນ​ຢູ່​ແຂວງໂຄ​ຣາດ​ໄດ້​ເຮັດ​ໃຫ້ 30 ຄົນ​ເສຍ​ຊີ​ວິດ, ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈະ​ເບີກເງິນ​ຊ່ວຍ​ເຫຼືອ ແລະ ເງິນ​ທຳ​ຂວັນ​ໃຫ້​ແກ່​ຍາ​ດ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີ​ວິດ ແລະ ຜູ້​ບາດ​ເຈັບ. ພ້ອມ​ທັງ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ຊີ​ວິດ​ການ​ເປັນ​ຢູ່​ແກ່​ຄອບ​ຄົວ​ເຂົາ​ເຈົ້າ.
     ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 9 ກຸມ​ພາ​ນີ້, ທ່ານ​ວິ​ຊຽນ​ກ່າວ​ວ່າ, ອີງ​ຕາມ​ຂໍ້​ມູນ​ຫຼ້າ​ສຸດ, ຈົນ​ຮອດ 15 ໂມງ 20 ນາ​ທີ ວັນ​ທີ 9 ກຸມ​ພາ​ນີ້, ເຫດ​ການ​ດັ່ງ​ກ່າວໄດ້​ເຮັດ​ໃຫ້ 30 ຄົນ​ເສຍ​ຊີ​ວິດ ເຊິ່ງ​ລວມ​ທັງຕຳ​ຫຼວດ 3 ຄົນ ແລະ ​ທະ​ຫານ 1 ຄົນ, ນອກ​ນີ້ ຍັງ​ມີ 58 ຄົນ​ບາດ​ເຈັບ.

ຄຳ​ເຫັນ

0