吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດຖະບານລາວຍິນດີຊ່ວຍເຫຼືອຄ່າໃຊ້ຈ່າຍທັງໝົດສໍາລັບຜູ້ຕິດເຊື້ອໄວຣັດໂຄໂຣນາ

2020-02-12 14:59:46 CRI

ຕາມຂ່າວ CRI: ໃນວັນທີ 10 ກຸມພາ 2020 ນີ້ ທີ່ກະຊວງສາທາລະນະສຸກ ທ່ານ ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານປະຈໍາວັນວ່າ: ປັດຈຸບັນທົ່ວປະເທດລາວບໍ່ມີຜູ້ຕິດເຊື້ອໄວຣັດໂຄໂຣນາສາຍພັນໃໝ່ ແຕ່ຖ້າພົບມີຜູ້ຕິດເຊື້ອ ຫຼືປ່ວຍຈາກພະຍາດປອດອັກເສບສາຍພັນໃໝ່ນີ້ ທາງກະຊວງສາທາລະນະສຸກຈະນໍາມາປິ່ນປົວໃນໂຮງໝໍສະເພາະ ແລະຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດໃຫ້ຜູ້ປ່ວຍ.

ນອກຈາກນີ້ ທ່ານ ນາງ ພອນປະເສີດ ຍັງໃຫ້ຮູ້ອີກວ່າ: ທີມງານແພດ​ຄັດ​ອອກກໍລະນີສົງ​ໄສຕິດເຊື້ອໄວຣັດໂຄໂຣນາ ສາຍພັນໃໝ່ ໄດ້ມີການເອົາໃຈໃສ່ຕໍ່ການເຮັດວຽກ ເພື່ອຊອກຫາກໍລະນີສົງໄສ ພ້ອມທັງ ຕິດຕາມຜູ້ທີ່ມີຄວາມສ່ຽງຕິດເຊື້ອໄວຣັດນີ້ຢ່າງໃກ້ຊິດ ແລະນໍາຕົວຢ່າງກໍລະນີສົງໄສສົ່ງໄປກວດຢູ່ສູນລະບາດວິທະຍາແຫ່ງຊາດ ເຊິ່ງມີມາດຕະຖານລະດັບສາກົນ, ນອກນັ້ນ ຍັງມີເຄື່ອງກວດເຄື່ອນທີ່ຢູ່ແຂວງຫຼວງພະບາງ ແລະຫຼວງນໍ້າທາ ກໍ່ໄດ້ມາດຕະຖານສາກົນເຊັ່ນດຽວກັນ ແຕ່ກໍ່ຍັງບໍ່ທັນພົບຜູ້ຕິດເຊື້ອເທື່ອ. ສ່ວນສາເຫດທີ່ປະເທດລາວຍັງບໍ່ທັນມີຜູ້ຕິດເຊື້ອອາດເປັນຍ້ອນຫຼາຍປັດໄຈຄື ນັກທ່ອງທ່ຽວຈີນທີ່ມາຈາກເຂດເກີດພະຍາດນີ້ແມ່ນມີຈໍານວນໜ້ອຍຖ້າທຽບໃສ່ປະເທດອື່ນ,​ ຄວາມໜາແໜ້ນຂອງພົນລະເມືອງແລະທີ່ຢູ່ອາໄສບໍ່ໜາແໜ້ນຫຼາຍ ເຊິ່ງບໍ່ອໍານວຍຕໍ່ການຂະຫຍາຍຕົວຂອງເຊື້ອຊະນິດນີ້ ສະນັ້ນ ຈຶ່ງຂໍໃຫ້ປະຊາຊົນເຊື່ອໝັ້ນຕໍ່ຄຸນນະພາບການວິເຄາະ ແລະຢ່າຫຼົງເຊື່ອຂ່າວທີ່ບໍ່ມີຂໍ້ມູນຄວາມຈິງ ພ້ອມທັງ ລໍຖ້າຕິດຕາມຮັບຟັງການລາຍງານຂອງກະຊວງສາທາລະນະສຸກ.

ຄຳ​ເຫັນ

0