吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພັກແລະລັດຖະບານລາວລະດົມທຶນເພື່ອຊ່ວຍເຫຼືອຈີນຕໍ່ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່

2020-02-12 15:27:08 CRI

图片默认标题_fororder_webwxgetmsgimg

ຕາມຂ່າວ : ວັນທີ 11 ກຸມພານີ້ທີ່ນະຄອນຫຼວງວຽງຈັນ, ໂດຍໄດ້ຮັບການມອບໝາຍຈາກພັກປະຊາຊົນປະຕິວັດລາວກໍຄືລັດຖະບານລາວ, ສະມາຄົມມິດຕະພາບລາວ-ຈີນ ແລະ ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ຮ່ວມກັນຈັດງານລະດົມທຶນ ເພື່ອຊ່ວຍເຫຼືອຜູ້ປະສົບໄພເຄາະຮ້າຍຈາກພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ຢູ່ຈີນ. ເປັນກຽດເຂົ້າຮ່ວມໂດຍທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນ, ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ທັງເປັນປະທານສະມາຄົມມິດຕະພາບລາວ-ຈີນ, ທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນ ປະຈຳລາວພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ 400 ກວ່າຄົນເຂົ້າຮ່ວມ.

图片默认标题

ໂອກາດນີ້, ທ່ານ ສົມດີ ດວງດີ ໄດ້ແນະນຳສະພາບ ແລະ ມາດຕະການຄວບຄຸມພະຍາດດັ່ງກ່າວຢູ່ລາວ ທັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວບັນດາເຜົ່າທຸກຂະແໜງການຈົ່ງສະແດງຄວາມເຫັນອົກເຫັນໃຈປະກອບສ່ວນແບ່ງເບົາບັນເທົາທຸກໄປຊ່ວຍເຫຼືອປະຊາຊົນຈີນໂດຍສະເພາະຊາວນະຄອນອູ​ຮັ້ນອ້າຍນ້ອງ ຜູ້ທີ່ໄດ້ຮັບເຄາະຮ້າຍຈາກການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ໃນຄັ້ງນີ້ດ້ວຍ. ທ່ານກ່າວຕື່ມວ່າ, ຝ່າຍລາວຕີລາຄາສູງຕໍ່ມາດຕະການຄວບຄຸມພະຍາດຂອງຈີນ ແລະເຊື່ອໝັ້ນວ່າພາຍໃຕ້ການນຳພາທີ່ເຂັ້ມແຂງຂອງພັກ, ລັດຖະບານຈີນກໍ່ຄືການສະໜັບສະໜູນຂອງປະຊາຄົມໂລກ, ປະຊາຊົນຈີນ ຈະໄດ້ກັບຄືນສູ່ສະພາບປົກກະຕິໂດຍໄວຢ່າງແນ່ນອນ. ໃນຖານະທີ່ເປັນປະເທດສັງຄົມນິຍົມຖານບ້ານໃກ້ເຮືອນຄຽງທີ່ດີທັງເປັນຄູ່ຮ່ວມຊາຕາກຳ, ລາວຍາມໃດກໍຍິນດີຮ່ວມມືກັບຈີນ ເພື່ອປະກອບສ່ວນເຂົ້າໃນການຄວບຄຸມພະຍາດດັ່ງກ່າວ.

图片默认标题

ທ່ານ ຄຳມະນີ ອິນທິລາດກ່າວວ່າ, ການລະດົມທຶນຄັ້ງນີ້ໄດ້ສະແດງເຖິງຄວາມຮັກແພງ, ຄວາມມິດຈິດມິດໃຈຂອງປະຊາຊົນລາວຕໍ່ປະຊາຊົນຈີນອ້າຍນ້ອງ. ຫວັງວ່າຊີວິດການເປັນຢູ່ຂອງປະຊາຊົນຊາວອູຮັ້ນແລະທົ່ວປະເທດຈີນຈະກັບຄືນສູ່ສະພາບປົກກະຕິໂດຍໄວ.

图片默认标题

ທ່ານ ຈ່ຽງຈ້າຍ​ຕົ່ງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ລາວ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດຖະບານກໍຄືສະມາຄົມມິດຕະພາບລາວ-ຈີນ ແລະ ອົງການປົກຄອງນະຄອນຫຼວງວຽງຈັນທີ່ໄດ້ຈັດງານລະດົມທຶນໃນຄັ້ງນີ້ດ້ວຍ. ທ່ານກ່າວຕື່ມວ່າ, ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານ​ງານສູນກາງພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະທານປະເທດລາວ ແລະທ່ານ ທອງລຸນ ສິສຸລິດ ນາຍົກລັດຖະມົນຕີລາວໄດ້ມີຄຳຊີ້ນຳແລະຈັດສັນງານລະດົມທຶນ ເຊິ່ງເປັນການໃຫ້ກຳລັງໃຈແກ່ຝ່າຍຈີນ. ໃນຂະນະທີ່ປະຊາຊົນຈີນພວມສຸມກຳລັງຕໍ່ຕ້ານພະຍາດດັ່ງກ່າວ, ພັກ, ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈພ້ອມຈິດພ້ອມໃຈກັນເພື່ອແບ່ງເບົາຄວາມທຸກໂສກກໍຄືຄູ່ຮ່ວມຊ​າຕາກຳລະຫວ່າງຈີນ-ລາວ.

ຕາມສະຖິຕິໂດຍປະມານ, ຢູ່ໃນງານໄດ້ມີບັນດາບໍລິສັດ, ວິສາຫະກິດລາວ ພ້ອມດ້ວຍສະພາການຄ້າແຂວງຕ່າງໆຂອງຈີນປະຈຳລາວ ທັງໝົດ 300 ກວ່າອົງການບໍລິຈາກວັດຖຸ ແລະ ປັດໄຈຢ່າງຕັ້ງໜ້າ ລວມຍອດເງິນບໍລິຈາກຫຼາຍກວ່າ 5 ແສນໂດລາສະຫະລັດ. ນອກຈາກນັ້ນ, ລັດຖະບານລາວຍັງໄດ້ເປີດຮັບບໍລິຈາກເປັນເວລາໜຶ່ງອາທິດ ເຊິ່ງສຳລັບຂັ້ນສູນກາງແມ່ນໃຫ້ບໍລິຈາກໂດຍກົງທີ່ຫ້ອງການກະຊວງພະລັງງານແລະບໍ່ແຮ່, ສຳລັບນະຄອນຫຼວງ ແມ່ນໃຫ້ບໍລິຈາກຢູ່ຫ້ອງວ່າການປົກຄອງນະຄອນຫຼວງ ແລະສຳລັບຕ່າງແຂວງ ແມ່ນໃຫ້ບໍລິຈາກຢູ່ພະແນກການຕ່າງປະເທດ ປລະ ພະແນກພະລັງງານແລະບໍ່ແຮ່ ປະຈຳແຂວງ.

ກ່ອນໜ້ານີ້ບໍ່ດົນ, ສະມາຄົມມິດຕະພາບລາວ-ຈີນ, ບັນດາອົງການຊາວຈີນຢູ່ລາວແລະຊາວລາວເຊື້ອສາຍຈີນແລະບໍລິສັດຕ່າງໆໄດ້ບໍລິຈາກອຸປະກອນດ້ານການແພດຈຳນວນຫຼວງຫຼາຍໃຫ້ແກ່ຝ່າຍຈີນ ເຊັ່ນ: ຜ້າອັດປາກ-ອັດດັງ 762.750 ຜືນ, ຖົງມືການແພດ 160.000 ຄູ່, ແວ່ນຕາການແພດ 1.000 ອັນແລະອື່ນໆ ເຊິ່ງອຸປະກອນເຫຼົ່ານີ້ໄດ້ສົ່ງເຖິງຈີນເປັນທີ່ຮຽບຮ້ອຍແລ້ວ.

ນອກນັ້ນ, ຢູ່ໃນງານ ແຂກເຂົ້າຮ່ວມງານຍັງໄດ້ພ້ອມກັນຮ້ອງຄຳຂວັນ“ປະເທດຈີນສູ້ໆ!ອູຮັ້ນສູ້ໆ!”ເພື່ອໃຫ້ກຳລັງໃຈນະຄອນອູ​ຮັ້ນ ໃຫ້ໄດ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

 

ຄຳ​ເຫັນ

0