吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ: ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ຜະ​ເຊີນ​ໜ້າກັບ​ໂອ​ກາດ​ໃໝ່​ໃນ​ປີ​ນີ້

2020-02-12 10:48:07 CRI

    ວັນ​ທີ 11 ກຸ​ມ​ພາ​ນີ້, ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ປີ​ນີ້​ແມ່ນ​ສົງ​ຄາມ​ໂລກຄັ້ງ​ທີ 2 ​ໄດ້​ຮັບ​ໄຊ​ຊະ​ນະແລະ ການ​ສະ​ຖາ​ປະ​ນາ​​ອົງ​ການສະ​ຫະ​ປະ​ຊາ​ຊາດຄົບ​ຮອບ 75 ປີ, ກໍ່​ແມ່ນ​ປີ​ທຳ​ອິດ​ຂອງ​ກິດ​ຈະ​ກຳ​ປີ​ປະ​ດິດ​ສ້າງດ້ານ​​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ​ຈີນ-ຣັດ​ເຊຍ​, ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ຜະ​ເຊີນ​ໜ້າ​ກັບ​ໂອ​ກາດ​ໃໝ່.
    ທ່ານ​ອັນ​ເດຼ ເດ​ນີ​ໂຊ​ຟ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຣັດ​ເຊຍ​ປະ​ຈຳ​ຈີນ​ໄດ້​ຕີ​ລາ​ຄາ​ສູງ​ຕໍ່​ການ​ພົວ​ພັນ​ຣັດ​ເຊຍ-ຈີນ​ໃນ​ວັນ​ທີ 10 ກຸມ​ພາ​ນີ້​ ໂດຍ​ຍ້ອງ​ຍໍ​ວ່າ​ການ​ພົວ​ພັນ​ຣັດ​ເຊຍ-ຈີນ​ເປັນ​ຜູ້​​ນຳທາງ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຊາດ​ໃນ​ຍຸກ​ສະ​ໄໝ​ນີ້, ສາ​ມາດ​ເວົ້າ​ໄດ້​ວ່າ​ເປັນ​ແບບ​ຢ່າງ​ທີ່​ໝັ້ນ​ຄົງ ແລະ ​ແໜ້ນແຟ້ນ. ທ່ານ​ກ່າວ​ວ່າ, ການ​ຢ້ຽມ​ຢາມ​ເຊິ່ງ​ກັນ​ແລະ​ກັນ​ຕ່າງໆ​ລະ​ຫວ່າງ​ປະ​ມຸກ​ລັດ​ຣັດ​ເຊຍ ກັບ ຈີນ​ໃນ​ປີ​ນີ້​ຈະ​ປະ​ຕິ​ບັດ​ຕາມ​ແຜນ​ການ.
     ໃນ​ເວ​ລາ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື່ອງ​ນີ້​ຜ່ານ​ອິນ​ເຕີ​ເນັດ, ທ່ານ​ເກີງ​ຊວງ​ກ່າວ​ວ່າ, ຈີນ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຄຳ​ຕີ​ລາ​ຄາ​ອັນ​ຕັ້ງ​ໜ້າ​ ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເດ​ນີ​ໂຊ​ຟຕໍ່​ການ​ພົວ​ພັນ​ຈີນ-ຣັດ​ເຊຍ​ຢ່າງ​ເຕັມ​ທີ. ທ່ານ​ເກີງ​​ສວງ​ກ່າວ​ຕື່ມວ່າ, ພາຍ​​ໃຕ້​ການ​ຊີ້​ນຳ​ທາງ​ຍຸດ​ທະ​ສາດ​ຂອງ​ທ່ານ​ປະ​ທານ​ສີ​ຈີ້ນ​ຜິງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ປູ​ຕິນ, ການ​ພົວ​ພັນຄູ່​ປະ​ສານ​ງານ​ຍຸດ​ທະ​ສາດຮອບ​ດ້ານ​ຈີນ-ຣັດ​ເຊຍ​ຈະ​ເຂົ້າ​ສູ່​ສະ​ໄໝ​ໃໝ່.
 

ຄຳ​ເຫັນ

0