吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຮຽກ​ຮ້ອງ​ໃຫ້​ສະ​ກັດ​ກັ້ນແລະ​ຜ່ອນ​ຄາຍ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເດັກ​ນ້ອຍປະ​ສົບ​ເຄາະ​ຮ້າຍ

2020-02-13 11:06:23 ​CRI

    ວັນ​ທີ 12 ກຸມ​ພາ​ນີ້, ​ໃນ​ກອງ​ປະ​ຊຸມລາຍ​ງານ​ລະ​ດັບ​ສູງ​ກ່ຽວ​ກັບ​ບັນ​ຫາ​ເດັກ​ນ້ອຍ ກັບ ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ, ທ່ານ​ຈ່າງ​ຈູ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຈີນ​ປະ​ຈຳ​​ອົງ​ການສະ​ຫະ​ປະ​ຊາ​ຊາດ​ໄດ້​​ປະ​ກອບ​ຄຳ​ຄິດ​ເຫັນ​ໂດຍຮຽກ​ຮ້ອງໃຫ້​ສະ​ກັດ​ກັ້ນແລະ​ຜ່ອນ​ຄາຍ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ເດັກ​ນ້ອຍ​ປະ​ສົບ​ເຄາະ​ຮ້າຍ.
    ທ່ານ​ຈ່​າງ​ຈູ່ນ​ກ່າວ​ວ່າ, ​ວິ​ທີ​ພື້ນ​ຖານ​​ໃນ​ການ​ປົກ​ປ້ອງເດັກ​ນ້ອຍ​ບໍ່​ໃຫ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ​ກໍ່​ແມ່ນ​ສະ​ກັດ​ກັ້ນ ແລະ ຜ່ອນ​ຄາຍ​ການ​ປະ​ທະ​ກັນ​ດ້ວຍ​ກຳ​ລັງ​ອາ​ວຸດ. ຝ່າຍ​ຕ່າງໆ​ຄວນ​ຍຶດ​ໝັ້ນ​ແກ້​ໄຂ​ຂໍ້​ຂັດ​ແ​ຍ້ງ​ດ້ວຍ​ວິ​ທີ​​ເຈ​ລະ​ຈາ ແລະ ປຶກ​ສາ​ຫາ​ລື​ຢ່າງ​ສະ​ເໝີ​ພາບ, ຫຼີກ​ເວັ້ນ​ບໍ່​ໃຊ້​ກຳ​ລັງ​ອາ​ວຸດ ຫຼື ຂົ່ມ​ຂູ່​ຈະໃຊ້​ກຳ​ລັງ​ອາ​ວຸດ. ຄວນເອົາ​ໃຈ​ໃສ່​​ຕໍ່​ການປ້ອງ​ກັນ​ການ​ປະ​ທະ​ກັນ​ໃຫ້​ຫຼາຍ​ຂຶ້ນ, ພະ​ຍາ​ຍາມ​ຊຸກ​ຍູ້​ຂະ​ບວນ​ວິ​ວັດ​ສັນ​ຕິ​ພາບ ແລະ ພິ​ຈາ​ລະ​ນາ​ເຖິງ​ຄວາມ​ຕ້ອງ​ການ​ພິ​ເສດຂອງ​ເດັກ​ນ້ອຍ​ໃນ​ຂະ​ບວນ​ການ​ດັ່ງ​ກ່າວ​ຢ່າງ​ເຕັມ​ທີ່ ເພື່ອ​​ປົກ​ປ້ອງເດັກ​ນ້ອຍ​ບໍ່​ໃຫ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ການ​ປະ​ທະ​ກັນ.

ຄຳ​ເຫັນ

0