曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

WHO ກ່າວວ່າ ຍັງຕ້ອງຍົກສູງສະຕິລະວັງຕົວຕໍ່ພະຍາດປອດອັກເສບຈາກໄວຣັສໂຄໂຣນາສາຍພັນໃໝ່

2020-02-13 11:52:05 cri

ວັນ​ທີ 12 ກຸມ​ພານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ເວ​ທີ​ປຶກ​ສາ​ຫາ​ລື​ການ​ຄົ້ນ​ຄວ້າ​ແລະ​ການ​ປະ​ດິດ​ສ້າງ​ໃໝ່​ທົ່ວ​ໂລກ​​ທີ່​ແນ​ໃສ່​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ໄດ້​ອັດ​ລົງ​ຢູ່​ເຊີ​ແນວ.
   ໃນກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ໃນ​ມື້​ດຽວ​ກັນ, ທ່ານ​ເຕ​ໂດ​ຣ​ສ ​ອັດດາ​ນົມ ເກ​ເບ​ຣ​ເຢ​ຊຸ​ສ ຜູ້​ອຳ​ນວຍ​ການ​ໃຫຍ່​​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ກ່າວ​ວ່າ, ໂດຍ​ຜ່ານ​ການ​ເປິກ​ສາ​ຂອງ​ຜູ້​ຊ່ຽວ​ຊານ​ບັນ​ດາ​ຝ່າຍ, ກອງ​ປະ​ຊຸມ​ໄດ້​ຮັບ​ການ​ຄືບ​ໜ້າ​ໃນ​ຫຼາຍ​ຂົງ​ເຂດ, ຈຳ​ນວນ​ຄົນ​ທີ່​ເປັນ​ພະ​ຍາດ​ປອດ​ອັກ​ເສບ​ຈາກ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ໄດ້​ຫຼຸດ​ລົງ​ໜ້ອຍ​ໜຶ່ງ, ແຕ່​ຍັງ​ຕ້ອງ​​ຍົກ​ສູງ​ສະ​ຕິ​ລະ​ວັງ​ຕົວ, ນອກ​ນີ້, ທ່ານ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໜຶ່ງ​ເຖິງຄວາມ​ສຳ​ຄັນ​ທີ່​ທົ່ວ​ໂລກ​ປະ​ສາ​ງານ​ຮ່ວມ​ມື​ກັນ.

 

ຄຳ​ເຫັນ

0