吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນວິເຄາະ ແລະ ລະບາດວິທະຍາຮຽກປະຊຸມທົ່ວປະເທດກ່ຽວກັບໂຄວິດ-19

2020-02-13 16:17:40 CRI

图片默认标题_fororder_webwxgetmsgimg (1)

ຕາມຂ່າວ CRI: ໃນວັນທີ 13 ກຸມພາ 2020 ທີ່ນະຄອນຫຼວງວຽງຈັນ ສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ ຮ່ວມກັບສູນກາງຄວບຄຸມ ແລະປ້ອງກັນພະຍາດຕິດຕໍ່ປະຈໍາອາຊີຕາເວັນອອກ ແລະອົງການອະນາໄມໂລກ ໄດ້ຈັດກອງປະຊຸມສໍາມະນາຍົກລະດັບວຽກງານເຝົ້າລະວັງ ແລະຕອບໂຕ້ການລະບາດຂອງພະຍາດປອດອັກເສບສາຍພັນໃໝ່ ຫຼືໂຄວິດ-19 ໃຫ້ກັບພະແນກສາທາລະນະສຸກທົ່ວປະເທດ, ພາຍໃຕ້ການເປັນປະທານໂດຍ ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າ ສູນວິເຄາະ ແລະລະບາດວິທະຍາ, ມີ ດຣ Joshua Mott ຫົວໜ້າ CDC ປະຈໍາອາຊີຕາເວັນອອກ ປະຈໍາປະເທດໄທ, ດຣ ມະນີໄລ ເພັງໄຊ ຊ່ຽວຊານລະບາດວິທະຍາ ຕາງໜ້າອົງການອະນາໄມໂລກ ປະຈໍາລາວ ພ້ອມດ້ວຍພະນັກງານແພດໝໍຂອງພາກສ່ວນທີ່ກ່ຽວຂ້ອງກັບການປ້ອງກັນ ແລະຮັບມືພະຍາດຕິດຕໍ່ທົ່ວປະເທດເຂົ້າຮ່ວມ.

图片默认标题

ດຣ ພອນປະດິດ ໃຫ້ຮູ້ວ່າ: ຢູ່ບັນດາປະເທດໃກ້ຄຽງກັບປະເທດລາວ ແລະຫຼາຍປະເທດທົ່ວໂລກ ໄດ້ຮັບຜົນກະທົບຈາກພະຍາດປອດອັກເສບສາຍພັນໃໝ່ຈາກຈີນ ເຊິ່ງມີຫຼາຍຄົນໄດ້ຕິດເຊື້ອ ພ້ອມທັງແຜ່ລະບາດຄົນສູ່ຄົນ. ດັ່ງນັ້ນ ກອງປະຊຸມສໍາມະນາຄັ້ງນີ້ຈິ່ງສືບຕໍ່ເນັ້ນໜັກທາງວິຊາການ ແລະການປະຕິບັດໃຫ້ເຂັ້ມແຂງ ໃຫ້ກັບພະນັກງານການແພດປະຈໍາດ່ານຕ່າງໆ, ແພດວິເຄາະ, ແພດປິ່ນປົວ ແລະພະແນກສາທາລະນະສຸກທົ່ວປະເທດ ເພື່ອເລັ່ງຄັດກອງ ແລະຊອກຫາຜູ້ຕິດເຊື້ອ ເພື່ອທີ່ຈະສາມາດຄວບຄຸມໄດ້ໄວ, ພ້ອມທັງ ເພີ່ມຄວາມຮູ້ກ່ຽວກັບວິທີນໍາໃຊ້ຫ້ອງວິເຄາະ ແລະຂັ້ນຕອນການວິເຄາະຕ່າງໆໃຫ້ລະອຽດ ແລະໃຫ້ເຂົ້າໃຈໃນຂັ້ນຕອນການປິ່ນປົວຢ່າງເໝາະສົມ ແລະຖືກຕ້ອງຕາມແນວທາງການປະຕິບັດຂອງກະຊວງ. ນອກນັ້ນ ດຣ ພອນປະດິດ ຍັງໃຫ້ຮູ້ອີກວ່າ: ກະຊວງສາທາລະນະສຸກ ໄດ້ເຮັດການທົດລອງເຄື່ອງຈັກວິເຄາະທັງໝົດ ເພື່ອຮັບປະກັນໃຫ້ຜົນວິເຄາະອອກມາຄືກັນ ນອກນັ້ນ, ຍັງສົ່ງຕົວຢ່າງທີ່ວິເຄາະແລ້ວ ໄປວິເຄາະທີ່ອົງການອະນາໄມໂລກຢູ່ປະເທດອົດສະຕຣາລີຕື່ມອີກ ເພື່ອຮັບປະກັນຄຸນະພາບແຕ່ກໍຍັງບໍ່ທັນພົບເຊື້ອພະຍາດນັ້ນ.

图片默认标题

ນອກຈາກນີ້ ໃນກອງປະຊຸມຍັງໄດ້ປຶກສາຫາລື ແລະແລກປ່ຽນປະສົບການການເຮັດວຽກທີ່ຜ່ານມາຂອງແພດຫຼາຍຝ່າຍ ເພື່ອຄົ້ນຫາບັນຫາ ແລະວິທີທາງແກ້ໄຂຮ່ວມກັນຢ່າງຖືກຕ້ອງຕື່ມອີກ.

ຄຳ​ເຫັນ

0