曹琦

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກວິຊາການປາດປາກິສຖານເຫັນວ່າ ເສດຖະກິດຈີນສາມາດຮັບມືກັບຜົນສະທ້ອນຂອງພະຍາດໄດ້

2020-02-13 14:45:46 cri

ວັນ​ທີ 12 ກຸມ​ພາ​ນີ້, ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​​ສູນ​ກາງ​ຈີນ, ທ່ານ​ຢາ​ເຊີ ມາ​ຊູດ ນັກ​ວິ​ຊາ​ການ​​ປາ​ກິ​ສ​ຖານ​ກ່າວ​ວ່າ, ລັດ​ຖະ​ບານ​ຈີນ​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ໃຫຍ່​ທີ່​ສຸດ​ເພື່ອ​ປ້ອງ​ກັນ​ພະ​ຍາດ​ແຜ່​ລະ​ບາດ, ເສດ​ຖະ​ກິດ​ຈີນ​ມີ​ຄວາມ​ສາ​ມາດ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​​ເກີດ​ມາ​ຈາກ​ສະ​ພາບພະ​ຍາດ​​ຄັ້ງ​ນີ້, ທົ່ວ​ໂລກ​ຄວນ​ຮ່ວມ​ກັບ​ຈີນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ໃນ​ປັ​ດ​ຈຸ​ບັນ.
   ໃນ​ຖານ​ເປັນ​ນັກວິ​ຊາ​ການ​ທີ່​ຄົ້ນ​ຄວ້າ​ບັນ​ຫາ​ຈີນ, ທ່ານ​ຢາ​ເຊີ ມາ​ຊູດ​ເຫັນ​ວ່າ, ເຖິງວ່າ​ພະ​ຍາດ​ຈະ​ກະ​ທົບ​ເຖິງ​ເສດ​ຖະ​ກິດ​ຈີນ​ໃນ​ໄລ​ຍະ​ສັ້ນ​ກໍ​ຕາມ, ແຕ່​ທ່​າ​ແຮງ​ອັນ​ໃຫຍ່​ຫຼວງ​ຂອງ​ເສດ​ຖະ​ກິດ​ຈີນ​ຈະ​ກຳ​ຈັດ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ສະ​ພາບ​ພະ​ຍາດ​​ເປັນ​ກ້າວໆ.

图片默认标题_fororder_1600015176

 

ຄຳ​ເຫັນ

0