李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອ​ມ​ມູ​ນິດ​ຈີນ​ ວິ​ເຄາະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາສາຍ​ພັນ​ໃໝ່

2020-02-13 10:17:56 cri

ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 12 ກຸມ​ພາ​ນີ້, ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ປະ​ຊຸມ, ​ເພື່ອຮັບ​ຟັງ​ການ​ລາຍ​ງານ​ຂອງ​ໜ່ວຍ​ງານ​ສູນ​ກາງ​ທີ່​ຊີ້​ນຳ​ນຳ​ພາ​ວຽກ​ງານ​ຮັບ​ມື​ການ​ແຜ່​ລະ​ບາດ​ຂອງພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່, ວິ​ເຄາະ​ສະ​ພາບ​ການ​ແຜ່​ລະ​ບາດ​ໃນ​ສະ​ເພາະ​ໜ້າ, ຄົ້ນ​ຄວ້າ​ການ​ເພີ່ມ​ທະ​ວີ​ວຽກ​ງານ​ປ້ອງ​ກັນ​ຄວ​ບ​ຄຸມ​. ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ເປັນ​ປະ​ທານຈັດ​ກອງ​ປະ​ຊຸມ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳ​ຄັນ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນວ່າ, ນັບ​ແຕ່​​ເກີດພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃ​ໝ່​ເປັນ​ຕົ້ນ​ມາ, ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ຖື​ຄວາມ​ປອ​ດ​ໄພ​ດ້ານ​ຊີ້​ວິດ​ແລະ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ເປັນ​ວຽກ​ອັນ​ດັບ​ທີ 1, ​ດຳ​ເນີນ​ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ຢ່າງ​ຮອບ​ດ້ານ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການລວມ ຄື​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ, ສາ​ມັກ​ຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ປ້ອງ​ກັນ​ປິ່ນ​ປົວ​ຕາມ​ຫຼັກ​ວິ​ທະ​ຍາ​ສາດ, ປະ​ຕິ​ບັດນະ​ໂຍ​ບາຍ​ໃຫ້​​ຖືກ​ຕ້ອງ​ຕາມ​ສະ​ພາບ​ຕົວ​ຈິງ. ພາຍ​ໃຕ້​ການ​ນຳ​ພາ​ທີ່​ໂຮມ​ສູນ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ, ໜ່ວຍ​ງານ​ສູນ​ກາງ​ທີ່​ຊີ້​ນຳ​ນຳ​ພາ​ວຽກ​ງານ​ຮັບ​ມື​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ໄດ້​ຄົ້ນ​ຄວ້າ​ແລະ​ຈັດ​ວາງວຽກ​ງານ​ຢ່າງ​ທັນ​ການ, ກົນ​ໄກ​ຮ່ວມ​ກັນ​ປ້ອງ​ກັນ​ຄວບ​ຄຸມ​ຂອງ​ລັດ​ຖະ​ບານ​ໄດ້​ເພີ່ມ​ຄວາມ​ແຮງ​ໃນ​ການ​ປະ​ສານ​ສົມ​ທົບ​ນະ​ໂຍ​ບາຍ​ແລະ​ການ​​ຈັດ​ສັນ​ວັດ​ຖຸ, ພາກ​ສ່ວນ​ຕ່າງໆ​ແລະ​ທ້ອງ​ຖິ່ນ​ຕ່າງໆ​ຕັ້ງ​ໜ້າ​ປະ​ຕິ​ບັດ​ໜ້າ​ທີ່​ຮັບ​ຜິດ​ຊອບ, ພະ​ນັກ​ງານ​ການ​ແພດ​ທັງ​ຫຼາຍ​ໄດ້​ບຸກ​​ບືນ​ຢູ່​ແນວ​ໜ້າ, ປະ​ກອບ​ສ່ວນ​ໂດຍ​ບໍ່​ເຫັນ​ແກ່​ຕົວ, ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ໄດ້​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ, ສາ​ມັກ​ຄີ​ກັນ​ບາກ​ບັ່ນ​ສູ້​ຊົນ. ໂດຍ​ຜ່ານ​ການ​ທຳຄວາມ​ພະ​ຍາ​ຍາມທໍ​ລະ​ຫົດ​ອົດ​ທົນ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ດັ່ງ​ກ່າວ​ໄດ້​ມີ​ການ​ປ່ຽນ​ແປງ​ໄປ​ທິດ​ທາງ​​ທີ່​ດີ, ວຽກ​ງານ​ປ້ອງ​ກັນ​ຄວບ​ຄຸມ​ໄດ້​ຮັບ​ໝາກ​ຜົນ​ຢ່າ​ງ​ຕັ້ງ​ໜ້າ. ທັງ​ໝົດ​ເຫຼົ່າ​ນີ້ ​ລ້ວນ​ແຕ່​ແມ່ນ​ຍາດ​ມາ​ໄດ້​ບໍ່​ແມ່ນ​ງ່າຍ, ທຸກ​ຝ່າຍ​ທຸກ​ພາກ​ສ່ວນ​ລ້ວນ​ແຕ່​ໄດ້​ປະ​ກອບ​ສ່ວນ​ຂອງ​ໃຜ​ລາວ.

ຄຳ​ເຫັນ

0