吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວເຊື່ອໝັ້ນຕໍ່ມາດຕະການຮັບມືກັບພະຍາດໂຄໂຣນາຂອງຈີນ

2020-02-14 11:30:52 CRI

图片默认标题_fororder_webwxgetmsgimg

ໃນວັນທີ 12 ກຸມພານີ້ທີ່ຫ້ອງວ່າການສູນກາງພັກ, ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການຢ້ຽມຄຳນັບ ຂອງ ທ່ານ ຈ່ຽງຈ້າຍ​ຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ.

ໂອກາດນີ້, ທ່ານ ຈ່ຽງ ຈ້າຍ​ຕົ່ງໄດ້ແຈ້ງສະພາບການນໍາໃຊ້ມາດຕະການທີ່ມີປະສິດທິຜົນສູງ ແລະ ທັນການ ຂອງພັກ ແລະ ລັດຖະບານຈີນ ໃນການສະກັດກັ້ນ ແລະ ຄວບຄຸມເຊື້ອພະຍາດອັກເສບປອດສາຍພັນໃໝ່ ໂຄໂຣນາ ທີ່ໄດ້ແຜ່ລະບາດຢູ່ນະຄອນອູ​ຮັ້ນ ແຂວງ​ຮູເປີ່ຍ ສປ ຈີນ ກໍຄືບັນດາແຂວງພາຍໃນປະເທດຈີນໃຫ້ຮັບຊາບ. ນອກນີ້, ທ່ານ ຈ່ຽງຈ້າຍ​ຕົ່ງ ຍັງໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດຖະບານ ແລະ ປະຊາຊົນລາວ ທີ່ມີຄວາມເປັນຫ່ວງເປັນໄຍ ແລະ ໄດ້ຈັດຫຼາຍກິດຈະກຳ ເພື່ອສະໜັບສະໜູນຊ່ວຍເຫຼືອຝ່າຍຈີນໃນການຮັບມືກັບສະພາບການດັ່ງກ່າວ ນັບແຕ່ພະຍາດດັ່ງກ່າວໄດ້ເກີດຂຶ້ນເປັນຕົ້ນມາ. ພ້ອມນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືແຜນການຮ່ວມມືລະຫວ່າງສອງພັກ ແລະ ສອງປະເທດ ໃນຕໍ່ໜ້າອີກດ້ວຍ.

图片默认标题_fororder_webwxgetmsgimg (1)

ທ່ານ ພັນຄຳ ວິພາວັນ ກ່າວວ່າ, ການແຜ່ລະບາດຂອງເຊື້ອພະຍາດນີ້ໄດ້ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມ ໂດຍໄດ້ສ້າງຄວາມສູນເສຍດ້ານຊີວິດ ກໍຄື ກະທົບຕໍ່ການພັດທະນາ ຂອງປະຊາຊົນຈີນຢ່າງຫຼວງຫຼາຍ. ພັກ ແລະ ລັດຖະບານລາວ ໄດ້ຕິດຕາມສະພາບດັ່ງກ່າວຢ່າງໃກ້ຊິດ ແລະ ເຊື່ອໝັ້ນວ່າພາຍໃຕ້ການຊີ້ນໍາ-ນໍາພາຢ່າງເດັດດ່ຽວໜັກແໜ້ນ ແລະ ຜ່ານການນໍາໃຊ້ມາດຕະການສະກັດກັ້ນ, ຄວບຄຸມ-ປ້ອງກັນຢ່າງຖືກຕ້ອງ ແລະ ທັນການຂອງພັກ, ລັດຖະບານ ກໍຄືຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນຈີນໃນຂອບເຂດທົ່ວປະເທດ, ບວກກັບການສະໜັບສະໜູນຈາກປະຊາຄົມໂລກແລ້ວ, ຈີນ ຈະໄດ້ຮັບຜົນສຳເລັດໃນການຮັບມືກັບພະຍາດທີ່ຮ້າຍແຮງດັ່ງກ່າວໄດ້ຢ່າງແນ່ນອນ. ພັກ, ລັດຖະບານ ແລະ ປະຊາຊົນລາວ ໃນຖານະທີ່ເປັນເພື່ອນມິດບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອ ແລະ ເປັນຄູ່ຮ່ວມຊາຕາກຳ ທີ່ມີຄວາມໝາຍທາງດ້ານຍຸດທະສາດກັບຈີນ, ຍາມໃດກໍຈະຢູ່ຄຽງບ່າຄຽງໄຫຼ່, ເປັນກຳລັງໃຈ ແລະ ສະໜັບສະໜູນຕໍ່ນະໂຍບາຍ, ມາດຕະການໃນການຮັບມືຕໍ່ສູ້ກັບເຊື້ອພະຍາດດັ່ງກ່າວ. ທັງເຊື່ອໝັ້ນຢ່າງໜັກແໜ້ນວ່າ ພັກ, ລັດຖະບານ ແລະ ປະຊາຊົນຈີນ ຈະສາມາດຄວບຄຸມເຊື້ອພະຍາດດັ່ງກ່າວໄດ້ຢ່າງສຳເລັດ, ປະຊາຊົນຈີນຈະສາມາດກັບມາດຳລົງຊີວິດ ແລະ ດຳເນີນການຜະລິດໄດ້ຕາມປົກກະຕິໂດຍໄວ, ເສດຖະກິດຂອງຈີນຈະສືບຕໍ່ຮັກສາທ່າອ່ຽງການຂະຫຍາຍຕົວທີ່ໝັ້ນທ່ຽງຕໍ່ໄປ.

ຄຳ​ເຫັນ

0