吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສືບຕໍ່ເຝົ້າລະວັງການລະບາດຂອງ COVID-19

2020-02-14 16:46:22 CRI

图片默认标题_fororder_webwxgetmsgimg

   ໃນວັນທີ13 ກຸມພາ ທີ່ກະຊວງສາທາລະນະສຸກ ຍັງສືບຕໍ່ຕິດຕາມສະພາບການລະບາດຂອງພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫລືໂຄໂຣນາໄວຣັສ ແລະຕິດຕາມເຝົ້າລະວັງຢ່າງເຂັ້ມງວດ ເຖິງວ່າລາວຍັງບໍ່ພົບກໍລະນີຕິດເຊື້ອພະຍາດກໍ່ຕາມ ໂດຍສະເພາະການກັ່ນຕອງຜູ້ໂດຍສານເຂົ້າອອກຕາມດ່ານຊາຍແດນທັງທາງບົກ ແລະທາງອາກາດ ເພື່ອປ້ອງກັນບໍ່ໃຫ້ມີກໍລະນີໃນລາວ.
  ທ່ານ ລັດຕະນະໄຊ ເພັດສຸວັນ, ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດວ່າ: ໄດ້ຕິດຕາມບັນດາກຸ່ມຄົນ ພະນັກງາoຈີນທີ່ໄດ້ເດີນທາງເຂົ້າມາເຮັດວຽກຢູ່ລາວຢ່າງໃກ້ຊິດ ເຊັ່ນ: ຄົນງານໂຮງງານ ຢາສູບທີ່ໄດ້ກັບມາເຮັດວຽກຢູ່ສະຫວັນນະເຂດ. ຄົນລາວທີ່ເດີນທາງກັບມາຈາກທັດສະນະສຶກສາ ທີ່ ສປ ຈີນ.ຕິດຕາມຄະນະຄົນງານທີ່ເຮັດວຽກທີ່ຈະກັບເຂົ້າມາເຮັດວຽກຢູ່ໂຮງໝໍມະໂຫສົດ, ທີມງານເຮັດທາງລົດໄຟ ແລະບ່ອນອື່ນໆ. ຕິດຕາມບັນດາບຸກຄົນທີ່ເຄີຍໄດ້ໃກ້ຊິດກັບທົວຈີນທີ່ໄດ້ເຂົ້າມາລາວ. ກຸ່ມຄົນທັງໝົດທີ່ເຂົ້າມາເຮັດວຽກຢູ່ ລາວ. ເຊິ່ງທາງກະຊວງສາທາລະນະສຸກ ໄດ້ເຝົ້າຕິດຕາມຢູ່ເຂດເຝົ້າລະວັງຕາມດ່ານຕ່າງໆຢ່າງໃກ້ຊິດ ເປັນໄລຍະເວລາ 14 ວັນ ຖ້າຫາກບໍ່ມີອາການຈຶ່ງງສາມາດກັບເຂົ້າມາລາວໄດ້.
   ນອກນີ້  ທ່ານ ລັດຕະນະໄຊ ໄດ້ກ່າວອີກວ່າ: ສປປ ລາວ ຈະດຳເນີນການຜະລິດຜ້າອັດປາກ ໂດຍ ໃຫຍ່ພະລາທີການກອງທັບເຊິ່ງຈະ ສາມາດຜະລິດໄດ້ 1.000 ອັນ/ມື້ ແລະກຽມພ້ອມທີ່ຈະຜະລິດ, ປັດຈຸບັນຈະຜະລິດມານຳໃຊ້ກ່ອນ ແລະຈະທົດລອງຄຸນນະພາບໃນການປ້ອງກັນເຊື້ອໄວຣັດ.

ຄຳ​ເຫັນ

0