李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ລົມ​​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍຜ່ານ​ທາງ​ໂທ​ລະ​ສັບເນັ້ນ​ໜັກ​ເຖິງ​ການ​​ຮ່ວມ​ກັນ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ກັນ​ສ້າງ "ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ"

2020-02-14 11:18:30 cri

ຕອນ​ຄ່ຳ​ວັນ​ທີ 13 ກຸມ​ພາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຮັບໂທ​ລະ​ສັບ​ຈາກ​ທ່ານ​ມາ​ຮາ​​ເທຍ ໂມ​ຮາ​ມັດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​ເຊຍ.

​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ຊີ້ໃຫ້​ເຫັນວ່າ, ທ່ານ​​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແມ່ນ​ເພື່ອນ​ມິດ​ເກົ່າ​ຂອງ​ປະ​ຊາ​ຊົນ​ຈີນ, ປັດ​ຈຸ​ບັນ​ ປະ​ຊາ​ຊົນ​ຈີນ​ກຳ​ລັງ​ອອກ​ແຮງຕໍ່​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ໄວ​ຣັ​ສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່, ໃນ​ໄລ​ຍະ​ທີ່​ສຳ​ຄັນ​ທີ່​ສຸດ​ນີ້, ທ່ານ​ນາ​ຍົກໄດ້ໂທ​ລະ​ສັບ​ມາ​ຫາ​ຂ້າ​ພະ​ເຈົ້າ, ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ການ​ສະ​ໜັບ​ສະ​ໜູນ​ຂອງ​ມະ​ເລ​ເຊຍ​ທີ່​ມີ​ຕໍ່​ຈີນ. ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​​ຍ່ອມຈະ​ກະ​ທົບ​ເຖິງ​ການ​ໄປ​ມາ​ຫາ​ສູ່​ກັນ​ທີ່​ປົກ​ກະ​ຕິ​ລະ​ຫວ່າງ​ຈີນ​ກັບ​ມະ​ເລ​ເຊຍ​ເປັນ​ການ​ຊົ່ວ​ຄາວ ເຊິ່ງ​ເປັນ​ເລື່ອງ​ທີ່​ຫຼີກ​ລ່ຽງ​ບໍ່​ໄດ້, ແຕ່​ບໍ່​ຫ່ອນ​ຈະ​ກະ​ທົບ​ເຖິງ​ໄມ​ຕີ​ຈິດ​ມິດ​ຕະ​ພາບອັນ​ເລິກ​ເຊິ່ງ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ. ​ໃນ​ເວ​ລາ​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ສອງ​ຝ່າຍ​ຈີນ-ມະ​ເລ​ເຊຍ​ຄວນສືບ​ຕໍ່​ລົງ​ເລິກ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວມ​ມື​ໃນ​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສ້າງ​ໝາກ​ຜົນ​ແຫ່ງ​ການ​ຮ່ວມ​ມື​ຫຼາຍກວ່າ​ເກົ່າ, ສ້າງ​ຄວາມ​ສຸກ​ໃຫ້​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນສອງ​ຊາດ.

ຄຳ​ເຫັນ

0