吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ພວມ​ຫາ​ລື​ກັບ WHO ກ່ຽວ​ກັບ​ການ​ຈັດ​ວາງ​ທີ່​ກ່ຽວ​ຂ້ອງ​ຂອງ​ໜ່ວຍ​ງານ​ສຳ​ຫຼວດ​ຂອງ​ຜູ້​ຊ່ຽວ​ຊານ​ປະ​ສົມ

2020-02-14 11:09:59 CRI

    ວັນ​ທີ13ກຸມ​ພານີ້,ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ໃຫ້​ຄຳ​ຕອບ​ໂດຍ​ຢືນ​ຢັນ​ຜ່ານ​ທາງ​ອິນ​ເຕີ​ເນັດ​ວ່າ,ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ພວມ​ປຶກ​ສາ​ຫາ​ລື​ກັບ​​ໜ່ວຍ​ງານ​​ສົ່ງ​ມາ​ກ່ອນ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ ຫຼື WHOກ່ຽວ​ກັບ​ການ​ຈັດ​ວາງ​ທີ່ລະ​ອຽດ​ຂອງ​ໜ່ວຍ​ງານ​ສຳ​ຫຼວດ​ຂອງ​ຜູ້​ຊ່ຽວ​ຊານ​ປະ​ສົມ​ຈີນ-WHO.

    ທ່ານ​ເກີງ​ສວງ​ກ່າວ​ວ່າ, ​ໜ່ວຍ​ງານ​ສົ່ງ​ມາ​ກ່ອນຂອງWHOເດີນ​ທາງ​ມາ​ຈີນ​ເທື່ອນີ້ ແມ່ນ​ເພື່ອ​ປຶກ​ສາ​ຫາ​ລື​ກັບພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ ກ່ຽວ​ກັບ​ການ​ຈັດ​ວາງ​ທີ່ລະ​ອຽດ​ຂອງ​ໜ່ວຍ​ງານ​ສຳ​ຫຼວດ​ຂອງ​ຜູ້​ຊ່ຽວ​ຊານ​ປະ​ສົມ​ຈີນ-WHO. ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​​ໜ່ວຍ​ງານສຳ​ຫຼວດ​ດັ່ງ​ກ່າວ​ແມ່ນ​ຜູ້​ຊ່ຽວ​ຊານ​ຂອງ​ສອງ​ຝ່າຍ​ແລກ​ປ່ຽນ​ກັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ພະ​ຍາດ​ແລະ​ສະ​ພາບ​ປ້ອງ​ກັນ​ຄວບ​ຄຸມ,ສະ​ເໜີຄຳ​ຄິດ​ເຫັນ​ລະ​ຂໍ້​ສະ​ເໜີ​ໃຫ້​ແກ່​ຈີນ​ແລະ​​ບັນ​ດາປະ​ເທດ​ທີ່​ມີ​ສະ​ພາບ​ພະ​ຍາດ​ກ່ຽວ​ກັບ​ການ​ພ້ອມ​ກັນ​ພະ​ຍາ​ຍາມ​ຕື່ມ​ອີກ​ເພື່ອ​ປ້ອງ​ກັນ​ຄວບ​ຄຸມ​ສະ​ພາບ​ພະ​ຍາດ.

ຄຳ​ເຫັນ

0