吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ຄວບ​ຄຸມ​ທາງຫຼວງ​ຍຸດ​ທະ​ສາດ​ສຳ​ຄັນ​ລະ​ຫວ່າງ​ດາ​ມັ​ສກັບ​ອາ​ເລັບ​ໂປ​ຢ່າງ​ຮອບ​ດ້ານ

2020-02-15 10:53:56 CRI

     ວັນ​ທີ 14 ກຸມ​ພາ​ນີ້, ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ວ່າ, ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ໄດ້​ຄວບ​ຄຸມ​ທາງ​ຫຼວງ​ລະ​ຫວ່າງນ​ະ​ຄອນ​ຫຼວງ​ດາ​ມັ​ສ ກັບ ເມືອງ​ອາ​ເລັບ​ໂປ ເມືອງ​ສຳ​ຄັນ​ພາກ​ເໜືອ​ຊີ​ຣີ​ຢ່າງ​ຮອບ​ດ້ານ. ນີ້​ແມ່ນ​ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ຄວບ​ຄຸມ​ທາງ​ຍຸດ​ທະ​ສາດ​ສຳ​ຄັນ​ສາຍ​ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 8 ປີ​​ຜ່ານ​ມາ.
     ອົງ​ການ​ສັງ​ເກດ​ສິດ​ທິ​ມະ​ນຸດ​ຊີ​ຣີ ເຊິ່ງ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ອັງ​ກິດ​ແຈ້ງ​ໃຫ້​ຮູ້​ວ່າ, ທີ່​ຈິງ​ແລ້ວ ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ໄດ້​ຍຶດ​ຄອງ​ທາງ​ຫຼວງ​ລະ​ຫວ່າງ​ດາ​ມັ​ສ​ ກັບ ອາ​​ເລັບ​ໂປ​ໃນ​ວັນ​ທີ 11 ກຸມ​ພາ​ນີ້, ແຕ່​ຫຼັງ​ຈາກ​ນັ້ນ ທະ​ຫານ​ລັດ​ຖະ​ບານ​ຊີ​ຣີ​ສືບ​ຕໍ່​ຊຸກ​ຍູ້​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຕາມ​ຖະ​ໜົນ​ແຂວງ​ອິດ​ລິບ ແລະ ແຂວງ​ອາ​ເ​ລັບ​ໂປ ຈົນ​ຮອດ​ຍຶດ​ຄອງ​ເຂດ​ແຄວ້ນ​ຫຼາຍກວ່າ​ຈິ່ງ​ໄດ້​ປະ​ກາດ​ຂ່າວ​ດັ່ງ​ກ່າວ​ນີ້.

ຄຳ​ເຫັນ

0