黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລາວມອບ​ເຄື່ອງຊ່ວຍ​ເຫຼືອ​ຕ້ານ​ການ​ແຜ່​ລະ​ບາດ​​ຂອງພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ໃຫ້​ແກ່​ຈີນ

2020-02-21 16:48:50 cri

ວັນ​ທີ 21 ກຸມ​ພາ​ນີ້, ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ແລະ​ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ທັງ​ເປັນ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ມອບ​ຮັບ​ອຸ​ປະ​ກອນຕ້ານ​ການ​ແຜ່​ລະ​ບາດຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ.

ໂດຍ​ໄດ້​ຮັບ​ການມອບ​ໝາຍ​ຈາກ​ພັກ​ແລະ​ລັດ​ຖະ​ບານ​ລາວ, ສະ​ມາ​ຄົມ​ມິ​ດ​ຕະ​ພາບ​ລາວ-ຈີນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຮັບ​ບໍ​ລິ​ຈາກ​ໃນ​ຂອບ​​ເຂດທົ່ວ​ປະ​ເທດ​ລາວ, ​ເຊິ່ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຢ່າງ​ຕັ້ງ​ໜ້າ​ຈາກ​ປະ​ຊາ​ຊົນ​ລາວ, ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ​ເງິນ​ສົດ 4 ແສນ​ໂດ​ລາ​ແລະ​ອຸ​ປະ​ກອນ​ປິ່ນ​ປົວ​ແລະ​ຕ້ານ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່​ທີ່​ມີ​ມູນ​ຄ່າ 1 ແສນ​ໂດ​ລາ.

ທ່ານ​ທອງ​ລຸນ ​ສີ​ສຸ​ລິດກ່າວ​ວ່າ, ເຖິງວ່າ​ການ​ຊ່ວຍ​ເຫຼືອ​ຂອງ​ປະ​ຊາ​ຊົນ​ລາວ​ມີຈຳ​ນວນ​ບໍ່​ຫຼາຍ​ປານ​ໃດ, ແຕ່​ວ່າ​ນີ້​​ແມ່ນ​ຄວາມ​ຈິງ​ໃຈ​ຂອງ​ປະ​ຊາ​ຊົນ​ລາວ​​ທີ່​ມີຕໍ່​ອ້າຍ​ພີ່​ນ້ອງ​ປະ​ຊາ​ຊົນ​ຈີນ, ເຊື່ອ​ວ່າ​ຈີນ​ຈະ​ສາ​ມາດ​ຜ່ານ​ຜ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ຄັ້ງ​ນີ້​ໄດ້​ຢ່າງວ່ອງ​ໄວ.

ຄຳ​ເຫັນ

0