黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບໍລິສັດຕ່າງປະເທດຢູ່ຈີນເລີ່ມຟື້ນຟູການຜະລິດຄືນໃໝ່ຕາມໆກັນ

2020-02-22 10:06:33 CRI

ວັນ​ທີ 20 ກຸມພາ​ນີ້, ທ່ານສີຈິ້ນຜິງ ປະທານ​ປະ​ເທດ​ຈີນ ​ໄດ້​ສົນທະນາ​ຜ່ານ​ທາງ​ໂທລະສັບ​ກັບ​ທ່ານ​ມູນ​ແຈ​ອິນ ປະທານາທິບໍດີ ສ.ເກົາຫຼີ, ທ່ານ​ສີ​ຈິ້ນ​ຜິ​ງ ກ່າວ​ວ່າ: ການ​ແຜ່​ລະບາດ​ຂອງ​ພະຍາດ​ອັກ​ເສບ​ປອດ​ຈາກ​ໄວຣັດ​ໂຄ​ໂຣນາ​ສາຍ​ພັນ​ໃໝ່​ມີ​ຜົນ​ກະທົບ​ຕໍ່​ການ​ຮ່ວມ​ມື​ດ້ານເສດຖະກິດການ​ຄ້າ​ແລະການ​ໄປມາຫາສູ່​ກັນ​ລະຫວ່າງ​ປະຊາຊົນ​ຂອງ​ສອງ​ປະ​ເທດນັ້ນ ຈະ​ເປັນ​ພຽງ​ແຕ່​ໄລຍະ​ຊົ່ວຄາວ​ເທົ່າ​ນັ້ນ. ປັດຈຸບັນ, ບໍ່​ພຽງ​ແຕ່​​ວິ​ສາ​ຫະກິດ ສ.​ເກົາຫຼີ​ເທົ່າ​ນັ້ນ, ລວມທັງວິ​ສາ​ຫະກິດ​ປະ​ເທດ​ອື່ນໆ​ພາຍ​ໃນ​ປະ​ເທດ​ຈີນ​ຕ່າງກໍ​ໄດ້​ຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່​ຕາມໆ​ກັນ​ໃນ​ເງື່ອນ​ໄ​ຂ​ທີ່​ເຮັດ​ວຽກ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ໃຫ້​ດີ.

ປັດຈຸບັນ, ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່​ສຳຄັນ​ຢູ່​ນະຄອນ​ຊຽງ​ໄຮ້, ແຂວງຊ່ານ​ຕົ່ງ ​ແລະ ​ແຂວງ​ຫູ​ໜານ​ເປັນຕົ້ນ ມີ 80% ​ໄດ້​ຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່​ແລ້ວ, ຄາດ​ວ່າ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ແຫ່ງ​ຕ່າງໆ​ຈະ​​ສາມາດ​ຟື້ນ​ຟູ​ການ​ຜະລິດ​ຄື​ນ​ໃໝ່​ໂດຍ​ພື້ນຖານ​ເມື່ອ​ຮອດ​ທ້າຍ​ເດືອນ​ກຸມພາ. ຂະນະ​ທີ່​ວິ​ສາ​ຫະກິດ​ຕ່າງປະ​ເທດ​ເລີ່​ມຟື້ນ​ຟູ​ການ​ຜະລິດ​ຄືນ​ໃໝ່ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພະລັງ​ແຮງ​ດຶງ​ດູດ​ອັນ​ມະຫາສານ​ຂອງ​ຕະຫຼາດຈີນ​ທີ່​ມີ​ປະຊາກອນ 1,4 ຕື້​ຄົນ. ຄວາມ​ຮັບ​ຮູ້​ທີ່​ເປັນ​ເອກ​ະພາບ​ກັນຂອງ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ຢູ່​ຈີນ​ນັ້ນ ຄື: ການ​ແຜ່​ລະບາດ​ຂອງ​ພະຍາດ​ມີ​ຜົນ​ກະທົບ​ຕໍ່​ເສດຖະກິດ​ຈີນ​​ເປັນພຽງ​​ໄລຍະ​​ໃດໜຶ່ງ ​ແລະ ​ເປັນ​ການ​ຊົ່ວຄາວ​ເທົ່າ​ນັ້ນ, ​ເສດຖະກິດ​ຈີນ​ມີທ່າຂະຫຍາຍຕົວ​ໄປ​ສູ່​ທິດ​ທາງ​ທີ່​ດີ​ເປັນ​ເວລາ​ຍາວ​ນານ​ຈະ​ບໍ່​ມີ​ການ​ປ່ຽນ​ແປງ​ແຕ່​ຢ່າງ​ໃດ. ດ້ວຍ​ຄວາມ​ເປັນ​ຈິງ​ແບບ​ນີ້, ຖ້ອຍ​ຄຳ​ຕ່າງໆທີ່​ມີ​ຂຶ້ນບາງ​ຄັ້ງຄາວ​ທີ່ວ່າ “ວິ​ສາ​ຫະກິດ​ຕ່າງປະ​ເທດ​ພວມ​ຖອນ​ອອກ​ຈາກ​ຈີນ” ນັ້ນ ມັນ​ເປັນອັນ​ຈະ​ແຈ້ງ​ທີ່​ສຸດແລ້ວ​ວ່າ​ມັນ​ເປັນພຽງ​ແຕ່​ຖ້ອຍ​ຄຳ​ທີ່​ຂາດ​ຫຼັກຖານອ້າງ​ອີງຊື່ໆ.

ຄຳ​ເຫັນ

0