黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ລະ​ຫວ່າງ​ຈີນ-ອາ​ຊຽນ​ ແມ່ນ​ດຳ​ເນີນ​ຊົ່ວຄາວ ຫຼື ຈະ​ດຳ​ເນີນ​ໂດຍ​ຕະຫຼອດ?

2020-03-03 17:15:22 cri

ວັນ​ທີ 20 ກຸມ​ພາ​ປີ 2020, ​ກອງ​ປະ​ຊຸມລັດ​ຖະ​ມົນ​ຕີກະຊວງ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ສະ​ໄໝ​ພິ​ເສດ​ກ່ຽວ​ກັບພະຍາດ covid-19 ໄດ້ຈັດຂື້ນຢູ່ນະຄອນຫລວງວຽງຈັນ. ກອງປະຊຸມດັ່ງກ່າວ​ໄດ້​ອອກ “ຖະ​ແຫຼງ​ການ​ຮ່ວມ​ຂອງກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຈີນ-ອາ​ຊຽນ​ສະ​ໄໝ​ພິ​ເສດ​​ກ່ຽວ​ກັບ​ພະ​ຍາດ ​covid-19”, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄວາມ​ໝັ້ນ​ໃຈ​ຢ່າງ​ເດັດ​ດ່ຽວ​ທີ່​ຈີນ​ແລະ​ອາ​ຊຽນ​ພະຍາຍາມ​ຮ່ວມ​ກັນ​ເພື່ອ​ປ້ອງກັນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ອັກ​ເສບ​ປອດ​ສາຍ​ພັນ​ໃໝ່ນີ້. ຈາກ​ນັ້ນໜຶ່ງ​ອາທິດ ຄື ວັນ​ທີ 27 ກຸມ​ພາ​ຜ່ານ​ມາ, ກອງ​ປະ​ຊຸມ​ລະດັບເອກອັກຄະລັດຖະ​ທູດ​ອາ​ຊຽນ, ຈີນ, ຍີ່​ປຸ່ນ​ ແລະ​ ສ.ເກົາ​ຫຼີ​ ຫຼື 10+3 ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ສຳ​ນັກ​ງານ​ກອງເລ​ຂາ​ອາ​ຊຽນ​ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ຝ່າຍ​ຕ່າງໆ​ໄດ້​ຮຽກ​ຮ້ອງ​ໃຫ້​ກົນ​ໄກ 10+3 ຄວນ​ຍົກ​ສູງ​ລະ​ດັບ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂື້ນຕື່ມ​ອີກ, ເພື່ອ​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ໃຫ້ຫລາຍກວ່າ​ເກົ່າ​ໃນ​ດ້ານ​ການ​ຮ່ວມ​ກັນ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ບໍ່​ໃຫ້​ພະ​ຍາດ​ແຜ່​ລະ​ບາດ. ເຖິງວ່າ​ຈີນ​ແລະ​ປະ​ເທດ​ອາ​ຊຽນ​ມີ​ລະ​ດັບ​ການ​ພັດ​ທະ​ນາ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຕ່າງ​ກັນ, ​ແຕ່ເປັນ​ຫຍັງ​ຈີນ​ແລະ​ອາ​ຊຽນ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​​ແລະ​ຕອບ​ໂຕ້​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໄດ້ຢ່າງວ່ອງ​ໄວຄືແນວນີ້? ​ປະ​ຫວັດ​ສາດ​ແລະ​ຄວາມ​​ເປັນຈິງ​ໃນປັດ​ຈຸ​ບັນ​ໄດ້​ພິສູດໃຫ້ເຫັນແລ້ວວ່າ​ ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ຢ່າງ​ໝັ້ນ​ທ່ຽງທີ່​ມີມາເປັນເວລາດົນນານນັ້ນ​ສາມາດທັບ​ມ້າງ​ອຸປະສັກຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ຮ່ວມ​ມື​ຍ້ອນ​ລະ​ດັບ​ການພັດ​ທະ​ນາທີ່ແຕກ​ຕ່າງ​ກັນ, ຮູບ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ມີ​ລັກ​ສະ​ນະ​ໄລຍະ​ຍາວ​ທັງ​ມີ​ລັກ​ກສະ​ນະ​ຮັບ​ມື​ສຸກ​ເສີນ​ແບບນີ້ ​ໄດ້​ເປັນ​ແບບ​ຢ່າງ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກໃຫ້​ແກ່​ພາກ​ພື້ນ​ອື່ນໆ​ກໍ​ຄື​ການ​ຮ່ວມ​ມື​ສາ​ກົນ. ການຮ່ວມມື ສອງຝ່າຍສະຫລຸບໄດ້ດັ່ງນີ້.

图片默认标题_fororder_111

ໜຶ່ງ. ການປັບ​ປຸງ​ພື້ນ​ຖານ​ການ​ຮ່ວ​ມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃຫ້​ໜັກ​ແໜ້ນ

ເມື່ອ​ເດືອນພະ​ຈິກ​ປີ 2002, ຜູ້​ນຳ​ຈີນ​ແລະ​ອາ​ຊຽນ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​​ໃນ​ຂົງ​ເຂດຄວາມໝັ້ນຄົງ​ແບບ​ໃໝ່. ປີ 2003, ພະ​ຍາດ​ຊາສ ໄດ້ແຜ່​ລະ​ບາດ​ຢູ່​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ໃຫ້ຄວາມສົນ​ໃຈ​, ຜູ້​ນຳ​ຈີນ​ແລະ​ອາ​ຊຽນ​ຈຶ່ງ​ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ສະ​ໄໝ​ພິ​ເສດ​ທັນ​ທີ, ແລະ​ໄດ້​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ການແຈ້ງ​ຂໍ້​ມູນ​ກ່ຽວ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ, ການ​ປິ່ນ​ປົວ​ພະ​ຍາດ ​ແລະ​ ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ ໂດຍ​ຜ່ານ​ການ​ເຊື່ອມ​ຕໍ່​ເວັບ​ໄຊ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ພະ​ຍາດ​ຊາສຂອງ​ຈີນ​ແລະ​ເວັບ​ໄຊ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຊາສຂອງ​ອາ​ຊຽນ​ເຂົ້າກັນ. ປີ 2004, ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໄດ້​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ, ຈີນ​ແລະ​ອາ​ຊຽນ​ໄດ້​ຈັດ​ກອງ​ປະ​ຊຸມ​ພິ​ເສດ​ກ່ຽວ​ກັບການ​ປ້ອງ​ກັນ​ແລະ​ປິ່ນ​ປົວ​ພະ​ຍາດ​ໄຂ້​ຫວັດ​ສັດ​ປີກ. ມາດ​ຕະ​ການ​ຕ່າງໆ​ເຫຼົ່າ​ນີ້​ລ້ວນ​ແຕ່​ໄດ້​ສ້າງ​ພື້ນ​ຖານ​ໃຫ້ແກ່ການຮ່ວມ​ມື​ລະຫວ່າງຈີນ​ແລະ​ອາ​ຊຽນເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ຈາກ​ພະ​ຍາດ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ພື້ນ.

ສອງ. ການບູ​ລະ​ນະ​ໝາກ​ຜົນ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ

ໃນ​ຫຼາຍ​ປີ​ມາ​ນີ້, ຈີນ​ແລະ​ອາ​ຊຽນ​ໄດ້​ປັບ​ປຸງ​ກົນ​ໄກ​ການຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ ແລະ ​ເຮັດ​ໃຫ້​ຮູບ​ການ​ຮ່ວມ​ມື​ສົມ​ບູນຂື້ນກວ່າ​ເກົ່າ. ຈີນ​ໄດ້​ສົ່ງ​ອາ​ສາ​ສະໝັກ​ໄປ​ປະ​ເທດ​ອາ​ຊຽນ​ທີ່​ມີ​ເງື່ອນ​ໄຂ​ປິ່ນ​ປົວ​ຍັງບໍ່ທັນເຂັ້ມແຂງພຽງພໍ​​ເຊັ່ນ: ລາວ, ກຳ​ປູ​ເຈຍ​ ແລະ ​ປະເທດອື່ນ​ຕະ​ຫຼອດ​ມາ, ເພື່ອ​ຊ່ວຍ​ເຫຼືອ​ການ​ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ທີ່ໄດ້​ກຳ​ນົດ​ໄວ້. ເລີ່ມ​ແຕ່​ປີ 2016 ມາ​ນີ້, ຈີນ​ແລະ​ອາ​ຊຽນ​ຍັງ​ໄດ້​ຈັດ​ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ດ້ານສາ​ທາ​ລະ​ນະ​ສຸກ​ຫຼາຍ​ຄັ້ງ ແລະ​ ໄດ້​ສະ​ເໜີ​ເປົ້າ​ໝາຍສ້າງ “ເສັ້ນ​ທາງ​ສາຍ​ໄໝດ້ານສຸຂະພາບ” ພາຍ​ໃຕ້​ເບື້ອງ​ຫຼັງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໂດຍ ຖື​ເອົາການ​ສ້າງ “ປະ​ເທດ​ຈີນ​ທີ່ສຸຂະພາບ​ເຂັ້ມແຂງ” ເຊື່ອມ​ຕໍ່​ກັບ “ວາ​ລະ​ການພັດ​ທະ​ນາ​ວຽກງານສາ​ທາ​ລະ​ນະ​ສຸກ​ຂອ​ງອາຊຽນ​ຫຼັງ​ປີ 2015.”

ສາ​ມ. ການ​ເສີມ​ຂະຫຍາຍ​ບົດຮຽນ​ການ​ຮ່ວມ​ມື​ດ້ານ​ສ​າ​ທາ​ລະ​ນະ​ສຸກ.

ພາຍ​ຫຼັງ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ covid 19 ​ແລ້ວ, ພາກ​ສ່ວນສາ​ທາ​ລະ​ນະ​ສຸກ​ຈີນ​ໄດ້​ແປ່ງ​ປັນ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ໃຫ້​ແກ່​ອາ​ຊຽນຢ່າງ​ວ່ອງ​ໄວ. ລະຫວ່າງ​ປະ​ເທດ​ອາ​ຊຽນ​ກໍໄດ້ມີ​ການ​ປະ​ສານ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໂດຍ​ຜ່ານ “​ເຄືອ​ຂ່າຍສູນ​ການ​ເຄື່ອນ​ໄຫວ​ດ່ວນກ່ຽວ​ກັບ​ເຫດ​ການ​ສາ​ທາ​ລະ​ນະ​ສຸກ​ສຸກ​ເສີນ​ອາ​ຊຽນ” ຫຼື ASEAN ECO Network. ອາ​ຊຽນ​​ໄດ້​ແຈ້ງ​ແລະ​ແບ່ງ​ປັນ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ໃຫ້​ແກ່​ຈີນ, ຍີ່​ປຸ່ນ ​ແລະ​ ສ.ເກົາ​ຫຼີ​ຢ່າງ​ທັນ​ເວ​ລາ​ໂດຍ​ຜ່ານ​ກົນໄກ “ອາ​ຊຽນ+” ທີ່​ສ້າງ​ຂຶ້ນ​ດ້ວຍ​ຕົນ​ເອງ.

图片默认标题_fororder_132

ການແຜ່​ລະ​ບາດກໍ​ຄື​ຜົນ​ກະທົບ​ທີ່​ເກີດ​ຂຶ້ນ​ໃນ​ທົ່ວ​ໂລກ​ຂອງ​ພະ​ຍາດ​ covid 19 ​ເທື່ອ​ນີ້​ໄດ້ເຮັດ​ໃຫ້​ຄວາ​ມ​ສ່ຽງຈາກ​ພະ​ຍາດ​ທີ່​ຖືກຖື​ເປັນ​ຄວາມ​ໝັ້ນ​ຄົງ​ແບບ​ໃໝ່​​ໃນ​ແຕ່​ກ່ອນ​ໄດ້ພົ້ນ​ເດັ່ນ​ຂຶ້ນ​ເປັນ​ຢ່າງ​ຍິ່ງ. ຄົນ​ທັງ​ຫຼາຍ​ກໍ​ໄດ້​ຮັບຮູ້ ແລະ ເຂົ້າໃຈ​ເນື້ອ​ໃນ​ຂອງຄຳວ່າ “ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ” ຢ່າງ​ແທ້​ຈິງ. ເຖິງວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ເທື່ອ​ນີ້​ຈະ​ກະ​ທົບ​ເຖິງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ເປັນ​ໄລ​ຍະ​ສັ້ນ, ແຕ່​ເບິ່ງ​ຈາກ​ໄລ​ຍະ​ຍາວ​ແລ້ວ, ກໍ​ຈະ​ເຮັດ​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃກ້​ຊິດກັນກວ່າ​ເກົ່າ. ຈີນ​ແລະ​ອາ​ຊຽນ​ເປັນປະເທດ​ບ້ານ​ໃກ້​ເຮືອ​ນ​ຄຽງ​, ຜ່ານ​ການ​ຮ່ວມ​ມືກັນ​ຕ້ານ​ກັບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ເທື່ອ​ນີ້, ເຊື່ອວ່າ​ສອງ​ຝ່າຍ​ຈະສາ​ມາດ​ປ່ຽນ​ວິ​ກິດ​ການ​ໃຫ້ເປັນ​ໂອ​ກາດ​ທີ່​ດີ ແລະ ​ກາຍ​ເປັນ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ມີ​ການ​ພົວ​ພັນ​ກັນຢ່າງໃກ້​ຊິດກວ່າ​ເກົ່າ.

 

 

ຄຳ​ເຫັນ

0