何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ຈັດລົດ​ໄຟ​ຂະ​ບວນ​ພິ​ເສດ​ເພື່ອຊ່ວຍ​ເຫຼືອ​​ຜູ້​ອອກ​ແຮງ​ງານ​ໄປ​ເຮັດ​ວຽກ

2020-03-05 17:03:35 CRI

图片默认标题_fororder_1125666958_15833895192551n

ວັນ​ທີ 5 ມີ​ນາ​ນີ້, ຜູ້ອອ​ກ​ແຮງ​ງານ 1400 ກວ່າ​ຄົນ​ຂອງ​ເມືອງ​ມຽນ​ຊ້ຽນ​ນະ​ຄອນ​ຮັ້ນ​ຈົ່ງ​ແຂວງ​ສ້ານ​ຊີ່​ຈີນ​ໄດ້​ຂີ່​ລົດ​ໄຟ​ຂ​ະ​ບວນ​ພິ​ເສດ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ ທີ່​ສະ​ໜອງ​ໂດຍ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ເພື່ອໄປ​ເຮັດ​ວຽກ​ຢູ່​ແຂວງ​ຈ່ຽງ​ຊູ່ ແລະ ນະ​ຄອນ​ຊຽງ​ໄຮ້.

图片默认标题_fororder_1125666958_15833895192281n

ເມືອງ​ມຽນ​ຊ້ຽນ​ເປັນ​ເມືອງ​ໃຫຍ່​ທີ່​ສົ່ງ​ອອກ​ແຮງ​ງານ​ຢ່າງຫຼວງຫຼາຍ, ແຮງ​ງານ​ຊົນ​ນະ​ບົດ​ທີ່​ເຮັດ​ວຽກ​ຢູ່​ຕ່າງ​ຖິ່ນເປັນ​ປະ​ຈຳ​ນັ້ນ​ມີ 8 ໝື່ນກວ່າ​ຄົນ. ຫຼັງ​ຈາກ​ເກີດ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​COVID-19ແລ້ວ, ເມືອງ​ດັ່ງ​ກ່າວ​ໄດ້​ໃຊ້​ມາດ​ຕະ​ການ​ທີ່​ຕັ້ງ​ໜ້າ, ຮັບ​ປະ​ກັນ​ວຽກ​ງານ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ, ພ້ອມ​ທັງ​ເພີ່ມທະ​ວີການ​ຊ່ວຍ​ເຫຼືອ​ດ້​ານ​ການ​ປະ​ກອບ​ອາ​ຊີບ, ຈັດ​ການ​ສົ່ງ​ອອກ​ແຮງ​ງານ​ຢ່າງ​ເປັນ​ລະ​ບຽບ. ປ​ະ​ຈຸ​ບັນ, ເມືອງ​ດັ່ງ​ກ່າວ​ໄດ້​ສົ່ງ​ອອກ​ແຮງ​ງານ 6 ໝື່ນກວ່າ​ຄົນ​ແລ້ວ.

ຄຳ​ເຫັນ

0