赵晓虹

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດຈະກຳ“ການຮັບສະໝັກພະນັກງານທົ່ວປະເທດຈີນໃນລະດູບານໃໝ່”ໄດ້ສະໜອງຫຼາຍກວ່າ 2 ແສນ 10 ພັນຕໍາແໜ່ງ

2020-03-23 21:33:33 cri

图片默认标题_fororder_10

     ກິດຈະກໍາອອນລາຍຂະໜາດໃຫຍ່ “ການຮັບສະໝັກພະນັກງານທົ່ວປະເທດຈີນໃນລະດູບານໃໝ່” ທີ່ຈັດຂຶ້ນຮ່ວມໂດຍສະຖານີວິທະຍຸໂທລະພາບສູນກາງຈີນຫຼື CMG ແລະພາກສ່ວນອື່ນໆໄດ້ຈັດຂຶ້ນມາເປັນເວລາ 20 ກວ່າມື້, ນັບລວມແລ້ວ ໄດ້ດຶງດູດວິສາຫະກິດສູນກາງ ລັດວິສາຫະກິດຂະໜາດໃຫຍ່ ວິສາຫະກິດເອກະຊົນທີ່ມີຊື່ສຽງ ແລະອົງການຈັດຕັ້ງສັງຄົມເກືອບ 3200 ແຫ່ງ ເຂົ້າຮ່ວມ ແລະໄດ້ສະໜອງຫຼາຍກວ່າ 2 ແສນ 10 ພັນຕໍາແໜ່ງໃຫ້ແກ່ນັກສຶກສາທີ່ຮຽນຈົບໃນປີນີ້ແລະຜູ້ສະໝັກຄົນອື່ນໆຈາກສັງຄົມ.

     ໂດຍແນໃສ່ສະພາບການທີ່ີ່ວິສາຫະກິດຂາດແຮງງານ ແລະຜູ້ສະໝັກບໍ່ມີບ່ອນຮັບໃນໄລຍະ ທີ່ພະຍາດແຜ່ລະບາດ, CMG ໄດ້ເລີ່ມຈັດກິດຈະກໍາ “ການຮັບສະໝັກພະນັກງານທົ່ວປະເທດຈີນໃນລະດູ ບານໃໝ່” ໂດຍຜ່ານແອັບ”YANGSHIPIN“ຂອງຕົນ. ນັບແຕ່ເລີ່ມຈັດກິດຈະກຳໃນວັນທີ 2 ມີນານີ້ເປັນຕົ້ນມາ, ພາຍໃນ 20 ກວ່າມື້, ນັບລວມແລ້ວໄດ້ຈັດການໂຄສະນາວິສາຫະກິດຕ່າງໆອອນໄລ 31 ຄັ້ງ, ໄດ້ຮັບໜັງສືສະໝັກຈຳນວນ 7 ແສນ 50 ພັນກວ່າສະບັບ.

ຄຳ​ເຫັນ

0