秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອຸປະກອນດ້ານກະສິກໍາຢູ່ທົ່ວປະເທດຈີນສາມາດຮັບປະກັນການປູກຝັງຕາມເວລາ

2020-03-23 14:13:23 cri

ໃນກອງປະຊຸມຂ່າວກ່ຽວກັບກົນໄກຮ່ວມມືປ້ອງກັນ ແລະຄວບຄຸມການແຜ່ລະບາດເຊື້ອໂຄວິດ-19 ຂອງຄະນະລັດຖະບານຈີນໃນວັນທີ 22 ມີນານີ້, ຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງກະຊວງກະສິກໍາ ແລະຊົນນະບົດຈີນແນະນໍາໃຫ້ຮູ້ວ່າ,​ ສະພາບການສະໜອງອຸປະກອນດ້ານກະສິກໍາຢູ່ທົ່ວປະເທດຈີນໄດ້ດີຂຶ້ນຢ່າງເດັ່ນຊັດ, ຈໍານວນອຸປະກອນດ້ານກະສິກໍາຢູ່ທົ່ວປະເທດແມ່ນມີການຮັບປະກັນ, ການສະໜອງຢູ່ແຂວງຫູເປກໍໄດ້ຟື້ນຟູຢ່າງວ່ອງໄວ ແລະມີລະບຽບ.

ຕາມຂ່າວແຈ້ງວ່າ,​ ປັດຈຸບັນ ວິສາຫະກິດສໍາຄັນທີ່ຟື້ນຟູການຜະລິດອຸປະກອນດ້ານກະສິກໍາມີເຖິງ 88%, ຮ້ານຂາຍອຸປະກອນດ້ານກະສິກໍາທີ່ເປີດບໍລິການແລ້ວ 90%, ເສັ້ນທາງເມືອງທີ່ຍົກເລີກການອັດຕັນບັນລຸ 92%, ການສະໜອງອຸປະກອນດ້ານກະສິກໍາບັນລຸເຖິງລະດັບດຽວກັນກັບປີທີ່ຜ່ານມາ.

ຕາມສະຖິຕິເບື້ອງຕົ້ນສະແດງໃຫ້ເຫັນວ່າ, ໃນໄຕມາດທີໜຶ່ງຂອງປີນີ້, ໃນການກວດກາປະຈໍາຕໍ່ຜະລິດຕະພັນກະສິກໍາຈີນ, ອັດຕາໄດ້ມາດຖານຂອງຜະລິດຕະພັນກະສິກໍາຂອງຈີນບັນລຸ 97,5% ຂຶ້ນໄປ. ມາຮອດທ້າຍປີ 2019, ອັດຕາໄດ້ມາດຖານຂອງຜະລິດຕະພັນກະສິກໍາຈີນໄດ້ຮັກສາຢູ່ໃນລະດັບ 96% ຂຶ້ນໄປເປັນເວລາ 7 ປີລຽນຕິດແລ້ວ.

ຄຳ​ເຫັນ

0