秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານມະຫານກໍາກິລາໂອລິມປິກໂຕກຽວເລື່ອນເວລາຈັດຂຶ້ນໃນປີ 2021

2020-03-25 13:21:49 cri

ວັນທີ 24​ ມີນານີ້, ຄະນະກໍາມະການໂອລິມປິກສາກົນ ແລະຄະນະກໍາມະການໂອລິມປິກໂຕກຽວໄດ້ອອກຖະແຫຼງການຮ່ວມ ໂດຍປະກາດວ່າ, ງານມະຫາກໍາກິລາໂອລິມປິກສະໄໝທີ 32 ໂຕກຽວ ຈະເລື່ອເວລາໃຫ້ຈັດຂຶ້ນພາຍຫຼັງປີ 2020 ແຕ່ບໍ່ໃຫ້ຊ້າກວ່າລະດູຮ້ອນຂອງປີ 2021.

ທ່ານອາເບະ ຊິນໂຈ, ນາຍົກລັດຖະມົນຕີຍີ່ປຸ່ນ ແລະທ່ານທໍມາສ ບາສ, ປະທານຄະນະກໍາມະການໂອລິມປີກສາກົນໄດ້ໂອ້ລົມຜ່ານທາງໂທລະສັບ ແລະ ເປັນເອກະພາບກັນບັນລຸຂໍ້ຕົກລົງດັ່ງກ່າວ. ພ້ອມກັນນັ້ນ, ຜູ້ນໍາສອງທ່ານຍັງໄດ້ເຫັນດີເປັນເອກະພາບກັນ ຈະໃຫ້ເຊື້ອໄຟສັກສິດໂອລິມປີກຈົ່ງໄວ້ຢູ່ຍີ່ປຸ່ນ ແລະຈະຮັກສາຊື່ເອີ້ນຄືເກົ່າ ຄື ງານມະຫາກໍາກິລາໂອລິມປິກ ແລະງານກິລາໂອລິມປິກຄົນພິການໂຕກຽວ 2020 ໂດຍບໍ່ມີການປ່ຽນແປງ.

ສື່ມວນຊົນຫຼາຍແຫ່ງຂອງຍີ່ປຸ່ນວິເຄາະວ່າ,​ ການເລື່ອນເວລາຈັດງານມະຫາກໍາກິລາໂອລິມປິກໂຕກຽວ ຈະເຮັດໃຫ້ມີຜົນເສຍຫາຍໂດຍກົງດ້ານເສດຖະກິດ ລວມມູນຄ່າປະມານ 6 ຕື້ໂດລາສະຫະລັດ. ການເລື່ອນເວລາຈັດງານມະຫາກໍາກິລາໂອລິມປິກເປັນໂຄງການໃຫຍ່ ແລະຈະມີບັນຫາຢ່າງຫຼວງຫຼາຍໃຫ້ຝ່າຍເຈົ້າພາບ ແລະນະຄອນຫຼວງໂຕກຽວ, ຜົນເສຍທີ່ເຫັນໄດ້ງ່າຍທີ່ສຸດກໍຄືການລະເມີດສັນຍາໂຄງການກໍ່ສ້າງຈໍານວນຫຼວງຫຼາຍ. ສ່ວນຄ່າແຮງງານການຈ້າງຄົນເຮັດວຽກກໍແມ່ນລາຍຈ່າຍທີ່ໃຫຍ່ທີ່ສຸດ.

    ນອກນີ້, ສະຫະພັນລາຍການກິລາສະເພາະຫຼາຍແຫ່ງໄດ້ອອກຖະແຫຼງການ ໂດຍກ່າວວ່າຈະຮັບມືກັບການເລື່ອນເວລາດັ່ງກ່າວໃຫ້ດີ.

ຄຳ​ເຫັນ

0